1 ໃນຄືນໜຶ່ງ ກະສັດເບັນຊັດຊາເຣໄດ້ເຊີນເອົາເຈົ້ານາຍໜຶ່ງພັນຄົນ ມາໃນງານກິນລ້ຽງອັນໃຫຍ່ໂຕ ແລະເພິ່ນກໍຮ່ວມດື່ມເຫຼົ້າອະງຸ່ນກັບພວກເຫຼົ່ານີ້.
ຫລັງຈາກນັ້ນສາມວັນ ກໍເປັນວັນເກີດຂອງກະສັດ ເພິ່ນໄດ້ຈັດງານກິນລ້ຽງຂຶ້ນສຳລັບຂ້າຣາຊການທັງຫລາຍຂອງເພິ່ນ; ກະສັດໄດ້ປ່ອຍພະນັກງານເຮັດເຫຼົ້າອະງຸ່ນ ແລະພະນັກງານເຮັດເຂົ້າຈີ່ອອກຈາກຄຸກ ແລະໃຫ້ພວກເຂົາມາຢືນຢູ່ຕໍ່ໜ້າຂ້າຣາຊການທັງຫລາຍ.
ໃນຣາຊການປີທີສາມ ເພິ່ນໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ສຳລັບບັນດາຂ້າຣາຊການແລະພວກບໍລິຫານງານທັງໝົດຂອງເພິ່ນ. ກອງທັບຂອງເປີເຊຍແລະເມເດຍກໍຢູ່ໃນທີ່ນັ້ນ ຕະຫລອດທັງບັນດາຜູ້ປົກຄອງແຂວງ ແລະພວກຂຸນນາງປະຈຳແຂວງຕ່າງໆ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ກຳລັງຮ້ອງບອກພວກເຈົ້າໃຫ້ຮ້ອງໄຫ້ ແລະໄວ້ທຸກ ໂດຍແຖຫົວແລະນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ນັ້ນເອງ ກ່າວແກ່ຂ້າພະເຈົ້າວ່າ, “ຄວາມຊົ່ວຊ້າເຊັ່ນນີ້ຈະບໍ່ໄດ້ຮັບການຍົກໂທດຈັກເທື່ອ ຈົນກວ່າພວກເຂົາຈະຕາຍໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ພຣະເຈົ້າຢາເວກ່າວວ່າ, “ບາບີໂລນຕາຍ ປະຊາຊົນຕາຍ ນັກປົກຄອງ ແລະນັກປາດດ້ວຍ.
ພວກເຂົານັ້ນໂລບມາກໂລພາບໍ? ເຮົາຈະຕຽມງານກິນລ້ຽງສຳລັບພວກເຂົາ ແລະໃຫ້ພວກເຂົາດື່ມແລະສຸກໃຈ. ພວກເຂົາຈະເຂົ້າໄປນອນແລະຈະບໍ່ຕື່ນຂຶ້ນຈັກເທື່ອ.
ເຮົາຈະເຮັດໃຫ້ພວກຜູ້ປົກຄອງມືນເມົາ ຄືນັກປາດ, ພວກເຈົ້ານາຍ ແລະທະຫານດ້ວຍ. ພວກເຂົາຈະໄປນອນແລະຈະບໍ່ຕື່ນຂຶ້ນຈັກເທື່ອ.” ກະສັດຜູ້ມີນາມວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
ໃນຄືນນັ້ນເອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ໄດ້ຖືກລອບສັງຫານ;
ພວກເຈົ້າ ນັກດື່ມເຫຼົ້າຈະຖືກເຜົາຜານໝົດ ເໝືອນໄຟໄໝ້ກໍໜາມ ແລະຫຍ້າແຫ້ງ.