Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:9 - ພຣະຄຳພີສັກສິ

9 ເບັນເຕຊັດຊາເຣ ຫົວໜ້າ​ພວກ​ໝໍມໍ​ເອີຍ ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ຮູ້​ວ່າ​ເຈົ້າ​ເຂົ້າໃຈ​ຄວາມ​ເລິກລັບ​ທັງປວງ​ໄດ້. ນີ້​ຄື ຄວາມຝັນ​ຂອງເຮົາ. ຈົ່ງ​ບອກ​ເຮົາ​ແດ່​ວ່າ​ໝາຍເຖິງ​ຫຍັງ?

Uka jalj uñjjattʼäta Copia luraña




ດານີເອນ 4:9
18 Jak'a apnaqawi uñst'ayäwi  

ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”


ຄວາມຢ້ານ​ອັນ​ເກົ່າ​ຂອງ​ຄົນ​ເກັບພາສີ​ຊາດ​ຕ່າງດ້າວ ແລະ​ນັກສືບ​ສອດແນມ ກໍ​ຈະ​ເປັນ​ແຕ່​ພຽງ​ການ​ຈົດຈຳ​ເທົ່ານັ້ນ.


ຄວາມ​ຍຸດຕິທຳ​ແລະ​ຄວາມ​ຖືກຕ້ອງ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ເຈົ້າ​ຈະ​ພົ້ນ​ຈາກ​ການກົດຂີ່​ແລະ​ຈາກ​ຄວາມຢ້ານ.


ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ກວ່າ​ດາເນນ ຈົນ​ບໍ່ມີ​ຄວາມລັບ​ໃດໆ​ປິດບັງ​ເຈົ້າ​ໄວ້​ໄດ້.


ບໍ່​ວ່າ​ບັນຫາ​ຫລື​ຄຳຖາມ​ໃດໆ​ທີ່​ກະສັດ​ຍົກ​ຂຶ້ນມາ ສີ່​ຄົນ​ນີ້​ກໍ​ຮູ້​ດີກວ່າ​ພວກ​ໝໍມໍ​ໃນ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.


ກະສັດ​ກ່າວ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ ແລະ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ກະສັດ​ທັງຫລາຍ ແລະ​ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ. ເຮົາ​ຮູ້​ສິ່ງ​ນີ້​ກໍ​ເພາະວ່າ​ເຈົ້າ​ອະທິບາຍ​ຄວາມ​ເລິກລັບ​ນີ້​ໄດ້.”


ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ຄວາມຝັນ​ຂອງເຮົາ​ເປັນ​ດັ່ງນີ້ແຫຼະ ເບັນເຕຊັດຊາເຣ​ເອີຍ ບັດນີ້​ຈົ່ງ​ແກ້​ຄວາມຝັນ​ນີ້​ໃຫ້​ເຮົາ​ແດ່. ບໍ່ມີ​ທີ່ປຶກສາ​ປະຈຳ​ວັງ​ຂອງເຮົາ​ຄົນໃດ​ແກ້​ໄດ້, ແຕ່​ເຈົ້າ​ແກ້​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ.”


ແຕ່​ເຮົາ​ໄດ້​ຝັນ​ຢ່າງ​ຕື່ນ​ຕົກໃຈ ແລະ​ເຫັນ​ນິມິດ​ອັນ​ໜ້າຢ້ານ ໃນ​ຂະນະທີ່​ເຮົາ​ນອນ​ຫລັບ​ຢູ່.


ຕໍ່ມາ ດານີເອນ​ໄດ້​ເຂົ້າ​ມາ​ພົບ. (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ ຕາມ​ຊື່​ພະ​ຂອງເຮົາ.) ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ລາວ; ສະນັ້ນ ເຮົາ​ຈຶ່ງ​ບອກ​ຄວາມຝັນ​ໃຫ້​ລາວ​ຮູ້. ເຮົາ​ໄດ້​ກ່າວ​ຕໍ່​ລາວ​ວ່າ:


ຢູ່​ໃນ​ອານາຈັກ​ຂອງ​ລູກ​ນີ້​ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ. ເມື່ອ​ຄາວ​ພໍ່​ຂອງລູກ​ເປັນ​ກະສັດ ຊາຍ​ຄົນ​ນີ້​ໄດ້​ສະແດງ​ຄວາມ​ສະຫລາດ, ຄວາມ​ຮອບຮູ້ ແລະ​ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພວກ​ພຣະ. ກະສັດ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ​ຂອງ​ລູກ ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ໝໍມໍ, ໝໍດູ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ.


ແມ່ນ​ຜູ້ໃດ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພຣະ​ທີ່​ມີ​ຣິດອຳນາດ​ເຫຼົ່ານັ້ນ​ໄດ້? ແມ່ນ​ພຣະ​ເຫຼົ່ານີ້​ແຫລະ ທີ່​ໄດ້​ຂ້າ​ຊາວ​ເອຢິບ​ດ້ວຍ​ໄພພິບັດ​ນາໆ​ປະການ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka