Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:8 - ພຣະຄຳພີສັກສິ

8 ຕໍ່ມາ ດານີເອນ​ໄດ້​ເຂົ້າ​ມາ​ພົບ. (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ ຕາມ​ຊື່​ພະ​ຂອງເຮົາ.) ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ລາວ; ສະນັ້ນ ເຮົາ​ຈຶ່ງ​ບອກ​ຄວາມຝັນ​ໃຫ້​ລາວ​ຮູ້. ເຮົາ​ໄດ້​ກ່າວ​ຕໍ່​ລາວ​ວ່າ:

Uka jalj uñjjattʼäta Copia luraña




ດານີເອນ 4:8
14 Jak'a apnaqawi uñst'ayäwi  

ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”


“ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.


ແຕ່​ແລ້ວ​ພວກເຂົາ ກໍ​ລະນຶກເຖິງ​ອະດີດ ຄື​ສະໄໝ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລະ​ໄດ້​ຖາມ​ວ່າ, “ດຽວ​ນີ້​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ຊ່ວຍເຫລືອ​ພວກ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ທະເລ​ນັ້ນ​ຢູ່​ໃສ? ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ໃຫ້​ພຣະວິນຍານ​ແກ່​ໂມເຊ​ນັ້ນ​ຢູ່​ໃສ?


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.


ສິ່ງ​ທີ່​ທ່ານ​ກຳລັງ​ຖາມ​ນັ້ນ ຍາກ​ເກີນກວ່າ​ທີ່​ໃຜໆ​ສາມາດ​ໃຫ້​ຄຳຕອບ​ແກ່​ທ່ານ​ໄດ້ ນອກຈາກ​ເທບພະເຈົ້າ​ຜູ້​ທີ່​ບໍ່ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ​ເຮົາ.”


ກະສັດ​ກ່າວ​ແກ່​ດານີເອນ (ຜູ້​ມີ​ຊື່​ອີກ​ວ່າ​ເບັນເຕຊັດຊາເຣ) ວ່າ, “ເຈົ້າ​ບອກ​ຄວາມຝັນ ແລະ​ແກ້​ຄວາມຝັນ​ຂອງເຮົາ​ໄດ້​ບໍ?”


ເພິ່ນ​ໄດ້​ຖາມ​ພວກເຂົາ​ວ່າ, “ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ເປັນ​ຄວາມຈິງ​ຫລື​ບໍ່ ທີ່​ພວກເຈົ້າ​ບໍ່​ຍອມ​ຂາບໄຫວ້​ພະ​ຂອງເຮົາ ແລະ​ບໍ່​ກົ້ມຂາບ​ຮູບປັ້ນ​ເປັນ​ຄຳ​ທີ່​ເຮົາ​ໄດ້​ຕັ້ງ​ຂຶ້ນ?


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ຄວາມຝັນ​ຂອງເຮົາ​ເປັນ​ດັ່ງນີ້ແຫຼະ ເບັນເຕຊັດຊາເຣ​ເອີຍ ບັດນີ້​ຈົ່ງ​ແກ້​ຄວາມຝັນ​ນີ້​ໃຫ້​ເຮົາ​ແດ່. ບໍ່ມີ​ທີ່ປຶກສາ​ປະຈຳ​ວັງ​ຂອງເຮົາ​ຄົນໃດ​ແກ້​ໄດ້, ແຕ່​ເຈົ້າ​ແກ້​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ.”


ເບັນເຕຊັດຊາເຣ ຫົວໜ້າ​ພວກ​ໝໍມໍ​ເອີຍ ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ຮູ້​ວ່າ​ເຈົ້າ​ເຂົ້າໃຈ​ຄວາມ​ເລິກລັບ​ທັງປວງ​ໄດ້. ນີ້​ຄື ຄວາມຝັນ​ຂອງເຮົາ. ຈົ່ງ​ບອກ​ເຮົາ​ແດ່​ວ່າ​ໝາຍເຖິງ​ຫຍັງ?


ເຮົາ​ໄດ້ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ເຈົ້າ​ເປັນ​ຜູ້​ຊຳນິ​ຊຳນານ ທັງ​ມີ​ຄວາມ​ຮອບຮູ້​ແລະ​ມີ​ສະຕິປັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka