Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:7 - ພຣະຄຳພີສັກສິ

7 ແລ້ວ​ພວກ​ໝໍ​ທັງໝົດ​ຄື: ໝໍມໍ, ໝໍມົນ, ໝໍຜີ ແລະ​ໝໍໂຫນ ກໍໄດ້​ເຂົ້າ​ມາ​ພົບ​ເຮົາ; ເຮົາ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ພວກເຂົາ​ຮູ້, ແຕ່​ພວກເຂົາ​ບໍ່​ສາມາດ​ແກ້​ໄດ້.

Uka jalj uñjjattʼäta Copia luraña




ດານີເອນ 4:7
16 Jak'a apnaqawi uñst'ayäwi  

ຮວງເຂົ້າ​ເມັດລີບ​ໄດ້​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງ. ເຮົາ​ໄດ້​ເລົ່າ​ຄວາມຝັນ​ນີ້​ໃຫ້​ພວກ​ໝໍ​ມໍ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້.”


ໃນ​ຕອນເຊົ້າ​ຂອງ​ມື້​ນັ້ນ ເພິ່ນ​ວຸ້ນວາຍ​ໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ໃຫ້​ໄປ​ເຊີນ​ໝໍ​ດູ ໝໍ​ມໍ ແລະ​ນັກປາດ​ໃນ​ປະເທດ​ເອຢິບ​ມາ. ກະສັດ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ຄົນ​ເຫຼົ່ານັ້ນ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເພິ່ນ​ໄດ້.


ຂ້ອຍ​ໄດ້​ເຫັນ​ຄົນຊົ່ວຮ້າຍ​ແລະ​ຜູ້​ກົດຂີ່​ຄົນ ຖື​ຕົວ​ສູງ​ດັ່ງ​ຕົ້ນ​ສົນສີດາ​ທີ່​ເລບານອນ​ພຸ້ນ;


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.


ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.


ພວກ​ການເດອານ​ໄດ້​ຕອບ​ຄືນ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ໃນ​ໂລກນີ້ ທີ່​ສາມາດ​ບອກ​ສິ່ງ​ທີ່​ພະຣາຊາ​ຢາກ​ຮູ້​ນັ້ນ​ໄດ້. ບໍ່ມີ​ກະສັດ​ອົງໃດ ແມ່ນແຕ່​ຜູ້ໃຫຍ່ ແລະ​ຜູ້​ມີ​ອຳນາດ​ທີ່ສຸດ ເຄີຍ​ໄດ້​ຖາມ​ເຊັ່ນນີ້​ກັບ​ພວກ​ໝໍມໍ, ໝໍມົນ ແລະ​ໝໍຜີ.


ດານີເອນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ບໍ່ມີ​ໝໍຜີ, ໝໍມົນ, ໝໍມໍ, ຫລື​ໝໍໂຫນ​ຜູ້ໃດ​ດອກ ທີ່​ບອກ​ຄວາມ​ເລິກລັບ​ນີ້​ໄດ້.


ພວກເຂົາ​ໄດ້​ຕອບ​ກະສັດ​ອີກ​ວ່າ, “ຖ້າ​ພະຣາຊາ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຮູ້ ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໄດ້.”


ມີ​ຊາວ​ບາບີໂລນ​ບາງຄົນ​ໄດ້​ສວຍ​ໂອກາດ​ນີ້​ກ່າວ​ຟ້ອງ​ຊາວຢິວ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ຄວາມຝັນ​ຂອງເຮົາ​ເປັນ​ດັ່ງນີ້ແຫຼະ ເບັນເຕຊັດຊາເຣ​ເອີຍ ບັດນີ້​ຈົ່ງ​ແກ້​ຄວາມຝັນ​ນີ້​ໃຫ້​ເຮົາ​ແດ່. ບໍ່ມີ​ທີ່ປຶກສາ​ປະຈຳ​ວັງ​ຂອງເຮົາ​ຄົນໃດ​ແກ້​ໄດ້, ແຕ່​ເຈົ້າ​ແກ້​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ.”


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ບັນດາ​ທີ່ປຶກສາ​ປະຈຳ​ກະສັດ​ໄດ້​ກ້າວ​ອອກ​ມາ​ຂ້າງໜ້າ, ແຕ່​ບໍ່ມີ​ຜູ້ໃດ​ອ່ານ​ຄຳ​ຂຽນ ຫລື​ບອກ​ຄວາມໝາຍ​ແກ່​ກະສັດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka