Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:6 - ພຣະຄຳພີສັກສິ

6 ເຮົາ​ຈຶ່ງ​ສັ່ງ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ​ໃນ​ນະຄອນ​ບາບີໂລນ ໃຫ້​ມາ​ຫາ​ເຮົາ​ເພື່ອ​ແກ້​ຄວາມຝັນ.

Uka jalj uñjjattʼäta Copia luraña




ດານີເອນ 4:6
10 Jak'a apnaqawi uñst'ayäwi  

ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.


ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ໝໍມໍ, ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍ​ຜີ​ມາ​ແກ້​ຄວາມຝັນ​ນັ້ນ​ໃຫ້​ແກ່​ເພິ່ນ. ເມື່ອ​ພວກເຂົາ​ເຂົ້າ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ແລ້ວ


ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.


ແຕ່​ໃຫ້​ປະ​ຕໍ​ຂອງມັນ​ໄວ້​ຕາມ​ພື້ນດິນ ໂດຍ​ໃຊ້​ປອກ​ເຫຼັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ. ບັດນີ້​ຈົ່ງ​ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້ນີ້ ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ສັດປ່າ​ນັ້ນ.


ຢູ່​ໃນ​ອານາຈັກ​ຂອງ​ລູກ​ນີ້​ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ. ເມື່ອ​ຄາວ​ພໍ່​ຂອງລູກ​ເປັນ​ກະສັດ ຊາຍ​ຄົນ​ນີ້​ໄດ້​ສະແດງ​ຄວາມ​ສະຫລາດ, ຄວາມ​ຮອບຮູ້ ແລະ​ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພວກ​ພຣະ. ກະສັດ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ​ຂອງ​ລູກ ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ໝໍມໍ, ໝໍດູ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka