Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:5 - ພຣະຄຳພີສັກສິ

5 ແຕ່​ເຮົາ​ໄດ້​ຝັນ​ຢ່າງ​ຕື່ນ​ຕົກໃຈ ແລະ​ເຫັນ​ນິມິດ​ອັນ​ໜ້າຢ້ານ ໃນ​ຂະນະທີ່​ເຮົາ​ນອນ​ຫລັບ​ຢູ່.

Uka jalj uñjjattʼäta Copia luraña




ດານີເອນ 4:5
15 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ​ມາ​ສອງ​ປີ ກະສັດ​ເອຢິບ​ກໍໄດ້​ຝັນ​ວ່າ ຕົນ​ກຳລັງ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້ານິນ.


ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.


ເມື່ອ​ເຈົ້າເນບູ​ກາດເນັດຊາ​ເປັນ​ກະສັດ​ໄດ້​ສອງ​ປີ​ແລ້ວ ເພິ່ນ​ກໍ​ຝັນ​ຢ່າງ​ໜຶ່ງ. ຄວາມຝັນ​ນີ້​ເຮັດ​ໃຫ້​ເພິ່ນ​ເປັນທຸກໃຈ​ຈົນ​ນອນ​ບໍ່​ຫລັບ.


ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ເປັນທຸກໃຈ​ຫລາຍ​ຍ້ອນ​ຝັນ​ບໍ່​ດີ. ເຮົາ​ຢາກ​ຮູ້​ວ່າ​ຄວາມຝັນ​ນັ້ນ​ໝາຍເຖິງ​ຫຍັງ?”


ໃນ​ຂະນະທີ່​ເຮົາ​ກຳລັງ​ນອນ​ຫລັບ​ຢູ່​ນັ້ນ ເຮົາ​ໄດ້​ເຫັນ​ນິມິດ​ອັນ​ໜຶ່ງ​ເປັນ​ຕົ້ນໄມ້​ສູງ ຕັ້ງ​ຢູ່​ໃຈກາງ​ແຜ່ນດິນ​ໂລກ.


ໃນ​ຂະນະທີ່​ເຮົາ​ກຳລັງ​ຄິດເຖິງ​ນິມິດ​ຢູ່​ນັ້ນ ເຮົາ​ກໍ​ເຫັນ​ເທວະດາ​ຜູ້​ອາລັກຂາ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ.


ແຕ່​ໃຫ້​ປະ​ຕໍ​ຂອງມັນ​ໄວ້​ຕາມ​ພື້ນດິນ ໂດຍ​ໃຊ້​ປອກ​ເຫຼັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ. ບັດນີ້​ຈົ່ງ​ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້ນີ້ ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ສັດປ່າ​ນັ້ນ.


ແລ້ວ​ດານີເອນ (ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ) ກໍ​ອຸກໃຈ​ຈົນ​ເວົ້າ​ຢ່າງໃດ​ບໍ່ໄດ້. ກະສັດ​ໄດ້​ກ່າວ​ຕໍ່​ລາວ​ວ່າ, “ເບັນເຕຊັດຊາເຣ​ເອີຍ ຢ່າ​ໃຫ້​ຄວາມຝັນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນັ້ນ ເຮັດ​ໃຫ້​ເຈົ້າ​ຕົກໃຈ​ເລີຍ.” ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຢາກ​ໃຫ້​ຄວາມຝັນ ແລະ​ຄຳ​ແກ້​ຄວາມຝັນ​ນັ້ນ​ຕົກ​ຖືກ​ພວກ​ສັດຕູ​ຂອງທ່ານ ແທນ​ທີ່​ຈະ​ຕົກ​ຖືກ​ທ່ານເອງ.


ເມື່ອ​ຣາຊີນີ​ຜູ້​ເປັນ​ມານດາ​ໄດ້ຍິນ​ສຽງ​ຮ້ອງ​ຂອງ​ກະສັດ ແລະ​ພວກ​ເຈົ້ານາຍ, ນາງ​ຈຶ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ກິນລ້ຽງ​ໃຫຍ່ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ ຂໍ​ຢ່າ​ກັງວົນ​ແລະ​ໜ້າຊີດ​ໄປ​ເລີຍ.


ຢູ່​ໃນ​ອານາຈັກ​ຂອງ​ລູກ​ນີ້​ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ. ເມື່ອ​ຄາວ​ພໍ່​ຂອງລູກ​ເປັນ​ກະສັດ ຊາຍ​ຄົນ​ນີ້​ໄດ້​ສະແດງ​ຄວາມ​ສະຫລາດ, ຄວາມ​ຮອບຮູ້ ແລະ​ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພວກ​ພຣະ. ກະສັດ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ​ຂອງ​ລູກ ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ໝໍມໍ, ໝໍດູ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ.


ໃນ​ປີ​ທຳອິດ​ແຫ່ງ​ຣາຊການ​ຂອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ຂ້າພະເຈົ້າ​ໄດ້​ຝັນ ແລະ​ເຫັນ​ນິມິດ​ໃນ​ເວລາ​ກາງຄືນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບັນທຶກ​ຄວາມຝັນ​ນັ້ນ​ໄວ້ ແລະ​ຕໍ່ໄປນີ້​ແມ່ນ​ບັນທຶກ​ຂອງ​ຄວາມຝັນ


ນີ້​ແມ່ນ​ບົດ​ສຸດທ້າຍ​ຂອງ​ເລື່ອງ. ຂ້າພະເຈົ້າ​ຕົກໃຈ​ຢ້ານກົວ​ຈົນ​ໜ້າຊີດ​ໄປ ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຈື່ຈຳ​ເລື່ອງລາວ​ທັງໝົດ​ນີ້​ໄວ້​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka