ດານີເອນ 4:3 - ພຣະຄຳພີສັກສິ3 ພຣະເຈົ້າໄດ້ສຳແດງໃຫ້ພວກເຮົາຮູ້ເຫັນ ສິ່ງທີ່ຍິ່ງໃຫຍ່ແລະປະຫລາດທີ່ສຸດ ການອັດສະຈັນທີ່ພຣະອົງໄດ້ກະທຳນັ້ນໃຫຍ່ຍິ່ງ ພຣະອົງຈະເປັນກະສັດປົກຄອງຕະຫລອດໄປ. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
ມີພຣະເຈົ້າອົງໃດອີກທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອຳນາດກັບພະລັງອັນຍິ່ງໃຫຍ່ແລະຣິດເດດຂອງພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດກັບສົງຄາມເກີດຂຶ້ນ, ເຮັດສິ່ງອັດສະຈັນກັບໝາຍສຳຄັນຕ່າງໆ ແລະເຮັດໃຫ້ສິ່ງອັນໜ້າຢ້ານກົວຍິ່ງເກີດຂຶ້ນ.
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.