Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:26 - ພຣະຄຳພີສັກສິ

26 ການ​ທີ່​ຝູງ​ເທວະດາ​ໄດ້​ສັ່ງ​ໃຫ້​ປະ​ຕໍ​ຂອງ​ຕົ້ນໄມ້​ໄວ້​ຢູ່​ໃນ​ດິນ​ນັ້ນ ໝາຍຄວາມວ່າ​ທ່ານ​ຈະ​ໄດ້​ເປັນ​ກະສັດ​ອີກ​ເມື່ອ​ທ່ານ​ຍອມຮັບ​ວ່າ ພຣະເຈົ້າ​ເປັນ​ຜູ້ປົກຄອງ​ໂລກນີ້​ທັງໝົດ.

Uka jalj uñjjattʼäta Copia luraña




ດານີເອນ 4:26
13 Jak'a apnaqawi uñst'ayäwi  

ລາວ​ບອກ​ພວກ​ໝູ່​ໃຫ້​ພາວັນນາ​ອະທິຖານ ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ທີ່​ຢູ່​ເທິງ​ສະຫວັນ ແລະ​ຂໍ​ໃຫ້​ພຣະອົງ​ອະທິບາຍ​ເລື່ອງ​ເລິກລັບ​ນີ້​ໃຫ້​ແກ່​ພວກຕົນ ເພື່ອ​ວ່າ​ພວກຕົນ​ຈະ​ບໍ່​ຖືກ​ຂ້າ​ຮ່ວມ​ກັບ​ພວກ​ທີ່ປຶກສາ​ຄົນອື່ນໆ​ໃນ​ນະຄອນ​ບາບີໂລນ.


ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,


ຂ້າແດ່​ພະຣາຊາ ທ່ານ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ກວ່າ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຈັກກະພັດ, ມີ​ອຳນາດ​ໃຫຍ່ໂຕ, ມີ​ກຳລັງ​ວັງຊາ​ແລະ​ມີ​ກຽດຕິຍົດ.


ແຕ່​ໃຫ້​ປະ​ຕໍ​ຂອງມັນ​ໄວ້​ຕາມ​ພື້ນດິນ ໂດຍ​ໃຊ້​ປອກ​ເຫຼັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ. ບັດນີ້​ຈົ່ງ​ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້ນີ້ ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ສັດປ່າ​ນັ້ນ.


ໃນ​ຂະນະທີ່​ພະຣາຊາ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ​ແລະ​ໄດ້​ກ່າວ​ວ່າ, ‘ຈົ່ງ​ບັກ​ກົກ​ໄມ້​ນີ້ ແລະ​ທຳລາຍ​ມັນ​ຖິ້ມ​ສາ ໃຫ້​ປະ​ແຕ່​ຕໍ​ໄວ້​ຕາມ​ພື້ນດິນ. ແລ້ວ​ໃຫ້​ເອົາ​ປອກເຫລັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້ ແລະ​ປະ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ​ທີ່​ນັ້ນ. ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້​ນີ້ ແລະ​ປ່ອຍ​ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ຝູງສັດ ເປັນ​ເວລາ​ເຈັດ​ປີ.’


ກະສັດ​ຍັງ​ກ່າວ​ບໍ່​ທັນ​ຂາດຄຳ ກໍ​ມີ​ສຽງ​ໜຶ່ງ​ກ່າວ​ລົງ​ມາ​ຈາກ​ສະຫວັນ​ວ່າ, “ກະສັດ​ເນບູ​ກາດເນັດຊາ​ເອີຍ ຈົ່ງ​ຟັງ​ຄຳ​ທີ່​ເຮົາ​ກ່າວ ບັດນີ້ ອຳນາດ​ແຫ່ງ​ກະສັດ​ຂອງ​ເຈົ້າ​ຖືກ​ປົດ​ໄປ​ຈາກ​ເຈົ້າ​ແລ້ວ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ແຕ່​ຍ້ອນ​ເພິ່ນ​ມີ​ໃຈ​ຈອງຫອງ, ໃຈ​ແຂງ​ກະດ້າງ ແລະ​ໂຫດຮ້າຍ ເພິ່ນ​ຈຶ່ງ​ຖືກ​ປົດ​ຈາກ​ບັນລັງ ແລະ​ເສຍ​ຕຳແໜ່ງ​ອັນ​ມີ​ກຽດ​ຂອງຕົນ.


ເພິ່ນ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ມີ​ຈິດໃຈ​ເໝືອນ​ສັດ. ເພິ່ນ​ອາໄສ​ຢູ່​ທ່າມກາງ​ຝູງ​ລໍປ່າ, ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ກາງແຈ້ງ ໂດຍ​ບໍ່ມີ​ຫຍັງ​ກັ້ນກາງ​ເພິ່ນ​ຈາກ​ນໍ້າໝອກ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຍອມ​ຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ ແລະ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ເມື່ອ​ພວກ​ສາວົກ​ເຫັນ​ເຊັ່ນນີ້ ກໍ​ປະຫລາດ​ໃຈ​ພວກເພິ່ນ​ເວົ້າ​ວ່າ, “ດ້ວຍເຫດໃດ​ໜໍ ຕົ້ນ​ເດື່ອເທດ​ຈຶ່ງ​ຫ່ຽວແຫ້ງ​ຕາຍ​ໃນ​ທັນທີ?”


ແຕ່​ບັດນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຢ່າ​ສາບານ​ເລີຍ, ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ສະຫວັນ ເພາະ​ສະຫວັນ​ແມ່ນ​ບັນລັງ​ຂອງ​ພຣະເຈົ້າ


ເຮົາ​ຈະ​ລຸກ​ຂຶ້ນ​ເມືອ​ຫາ​ພໍ່​ຂອງເຮົາ ແລະ​ເວົ້າ​ວ່າ, ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າ ແລະ​ຕໍ່ສູ້​ພໍ່​ແລ້ວ.


ຜູ້​ເປັນ​ລູກ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ ແລະ​ຕໍ່​ພໍ່​ແລ້ວ ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ, ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່ໄປ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka