ດານີເອນ 4:23 - ພຣະຄຳພີສັກສິ23 ໃນຂະນະທີ່ພະຣາຊາກຳລັງເຝົ້າເບິ່ງຢູ່ນັ້ນ ມີເທວະດາຕົນໜຶ່ງລົງມາຈາກສະຫວັນແລະໄດ້ກ່າວວ່າ, ‘ຈົ່ງບັກກົກໄມ້ນີ້ ແລະທຳລາຍມັນຖິ້ມສາ ໃຫ້ປະແຕ່ຕໍໄວ້ຕາມພື້ນດິນ. ແລ້ວໃຫ້ເອົາປອກເຫລັກ ແລະປອກທອງສຳຣິດສຸບອ້ອມມັນໄວ້ ແລະປະໄວ້ໃນທົ່ງຫຍ້າກາງທົ່ງນາທີ່ນັ້ນ. ປ່ອຍໃຫ້ນໍ້າໝອກຕົກລົງມາຖືກຊາຍຜູ້ນີ້ ແລະປ່ອຍໃຫ້ລາວກິນຫຍ້າຢູ່ທ່າມກາງຝູງສັດ ເປັນເວລາເຈັດປີ.’ Uka jalj uñjjattʼäta |
ເພິ່ນຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະມີຈິດໃຈເໝືອນສັດ. ເພິ່ນອາໄສຢູ່ທ່າມກາງຝູງລໍປ່າ, ກິນຫຍ້າເໝືອນງົວ ແລະນອນຢູ່ກາງແຈ້ງ ໂດຍບໍ່ມີຫຍັງກັ້ນກາງເພິ່ນຈາກນໍ້າໝອກ, ແຕ່ໃນທີ່ສຸດ ເພິ່ນກໍຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ ແລະເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.