Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:22 - ພຣະຄຳພີສັກສິ

22 ຂ້າແດ່​ພະຣາຊາ ຕົ້ນໄມ້​ນັ້ນ​ແມ່ນ​ທ່ານເອງ ຄື​ຜູ້​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ. ຄວາມ​ຍິ່ງໃຫຍ່​ຂອງທ່ານ​ສູງ​ຈຸ​ຟ້າ ແລະ​ອຳນາດ​ຂອງທ່ານ​ກໍ​ແຜ່​ອອກ​ໄປ​ທົ່ວໂລກ.

Uka jalj uñjjattʼäta Copia luraña




ດານີເອນ 4:22
18 Jak'a apnaqawi uñst'ayäwi  

ພວກເຂົາ​ເວົ້າ​ວ່າ, “ບັດ​ນີ້ ຈົ່ງ​ພາກັນ​ສ້າງ​ເມືອງ​ກັບ​ທັງ​ໃຫ້​ມີ​ຫໍຄອຍ​ທີ່​ມີ​ຍອດ​ສູງ​ຈຸ​ຟ້າ​ສະຫວັນ ເພື່ອ​ພວກເຮົາ​ຈະ​ໄດ້​ສ້າງ​ຊື່ສຽງ​ໄວ້ ແລະ​ຈະ​ບໍ່​ຖືກ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກນີ້.”


ເມື່ອ​ຫລັບ​ໄປ ລາວ​ໄດ້​ຝັນ​ເຫັນ​ຂັ້ນໄດ​ແຕ່​ດິນ​ຈົນ​ຈຸ​ສະຫວັນ ແລະ ມີ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ກຳລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້ນໄດ​ນັ້ນ.


ນາທານ​ກ່າວ​ວ່າ, “ຊາຍ​ຄົນ​ນັ້ນ​ຄື​ທ່ານເອງ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ຕໍ່​ທ່ານ​ດັ່ງນີ້: ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ໄດ້​ຊ່ວຍກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ໂຊນ.


ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເດັດ. ລາວ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ຊາມາເຣຍ. ລາວ​ມາ​ພົບ​ກອງທັບ​ອິດສະຣາເອນ ທີ່​ກຳລັງ​ກັບ​ເຂົ້າ​ມາ​ໃນ​ເມືອງ ພ້ອມ​ທັງ​ຊະເລີຍເສິກ​ຊາວ​ຢູດາ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ໄດ້​ໂກດຮ້າຍ​ຊາວ​ຢູດາ ແລະ​ໃຫ້​ພວກທ່ານ​ເອົາ​ຊະນະ​ພວກເຂົາ. ແຕ່​ບັດນີ້ ພຣະອົງ​ໄດ້ຍິນ​ວ່າ ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ.


ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ​ກໍ​ສູງສົ່ງ​ເຖິງ​ຟ້າ​ສະຫວັນ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ກໍ​ສູງຈຸ​ທ້ອງຟ້າ.


ຂ້າແດ່​ພຣະເຈົ້າຢາເວ ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ຢຽດສູງ​ສູ່​ຟ້າ​ສະຫວັນ ຄວາມສັດຊື່​ຂອງ​ພຣະອົງ​ກໍ​ແຜ່​ໄປ​ສູ່​ທ້ອງຟ້າ.


“ເຮົາ​ໄດ້​ສ້າງ​ໂລກ, ມະນຸດສະໂລກ ແລະ​ສັດ​ທັງປວງ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້ ດ້ວຍ​ຣິດອຳນາດ​ແລະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງເຮົາ; ເຮົາ​ຈະ​ມອບ​ຣິດອຳນາດ​ນັ້ນ​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ເລືອກເອົາ​ກໍໄດ້.


ໃຫ້​ຊາວ​ອິດສະຣາເອນ​ຟັງ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ຍັງ​ມີ​ນົກອິນຊີ​ໃຫຍ່​ໂຕໜຶ່ງ ຊຶ່ງ​ມີ​ຂົນ​ງາມ ແລະ​ປີກ​ກໍ​ໃຫຍ່​ທັງ​ພື​ອອກ​ໄດ້​ກວ້າງ​ດ້ວຍ. ມັນ​ໄດ້​ບິນ​ໄປ​ທີ່​ພູເຂົາ​ເລບານອນ ແລະ​ຫັກ​ເອົາ​ຍອດ​ຂອງ​ໄມ້​ແປກ​ຕົ້ນ​ໜຶ່ງ


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ຕົ້ນໄມ້​ນີ້​ໃຫຍ່​ສູງ​ຈົນ​ຈຸ​ທ້ອງຟ້າ ແລະ​ທຸກຄົນ​ທົ່ວໂລກ​ກໍ​ສາມາດ​ເຫັນ​ມັນ​ໄດ້.


ສ່ວນ​ໃບ​ກໍ​ງາມ ແລະ​ໝາກ​ກໍ​ມີ​ພຽງພໍ​ໃຫ້​ຄົນ​ທົ່ວໂລກ​ກິນ. ສັດປ່າ​ທັງຫລາຍ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ ແລະ​ຝູງນົກ​ກໍ​ເຮັດ​ຮັງ​ໃສ່​ງ່າ.


ຫລັງຈາກ​ສິບສອງ​ເດືອນ​ຕໍ່ມາ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຍ່າງ​ຢູ່​ເທິງ​ຫລັງຄາ​ວັງ​ທີ່​ນະຄອນ​ບາບີໂລນ


ເມື່ອ​ຈິດໃຈ​ເຮົາ​ເປັນ​ປົກກະຕິ​ແລ້ວ ກຽດຕິຍົດ​ແລະ​ສະຫງ່າຣາສີ​ຂອງເຮົາ ທັງ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ຂອງເຮົາ​ກໍໄດ້​ຖືກ​ມອບ​ຄືນ​ໃຫ້​ເຮົາ. ບັນດາ​ຂ້າຣາຊການ ແລະ​ພວກ​ເຈົ້ານາຍ​ຂອງເຮົາ​ຖືກ​ມອບ​ຄືນ​ໃຫ້​ແກ່​ເຮົາ​ອີກ ຊຶ່ງ​ເປັນ​ກຽດ​ອັນ​ຍິ່ງໃຫຍ່​ກວ່າ​ຄາວ​ກ່ອນ.


ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ບອກ​ເຮໂຣດ​ຢູ່​ສະເໝີ​ວ່າ, “ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ທ່ານ​ເອົາ​ນາງ​ເຮໂຣເດຍ​ເປັນ​ເມຍ.”


ເພາະ​ການບາບ​ຂອງ​ນະຄອນ​ນັ້ນ ກອງ​ສູງ​ຂຶ້ນ​ພຽງ​ຟ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ຊົງ​ຈື່ຈຳ​ການ​ກະທຳ ອັນ​ຊົ່ວຊ້າ​ຂອງ​ມັນ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka