21 ສ່ວນໃບກໍງາມ ແລະໝາກກໍມີພຽງພໍໃຫ້ຄົນທົ່ວໂລກກິນ. ສັດປ່າທັງຫລາຍໄດ້ພັກຜ່ອນຢູ່ໃຕ້ຮົ່ມ ແລະຝູງນົກກໍເຮັດຮັງໃສ່ງ່າ.
ເທິງຕົ້ນໄມ້ນັ້ນຝູງນົກໄດ້ເຮັດຮັງຂອງພວກມັນ ເປັນຮັງນົກຍາງຢູ່ເທິງຕົ້ນສົນນັ້ນ.
ນົກທຸກຊະນິດຕ່າງກໍໄດ້ເຮັດເຮືອນຮັງ ໃສ່ເທິງງ່າທັງຫລາຍຂອງຕົ້ນໄມ້ນັ້ນ; ສັດປ່າທັງຫລາຍໄດ້ເກີດລູກໃນທີ່ກຳບັງຂອງມັນ ຊົນຊາດໃນໂລກພັກຜ່ອນຢູ່ໃຕ້ຮົ່ມຂອງມັນດ້ວຍ.
ພຣະເຈົ້າໄດ້ແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງຄົນຕະຫລອດທັງສັດ ແລະນົກທັງປວງທີ່ອາໄສຢູ່ໃນໂລກ. ຫົວຄຳນັ້ນແມ່ນທ່ານເອງ.
ຕົ້ນໄມ້ນີ້ໃຫຍ່ສູງຈົນຈຸທ້ອງຟ້າ ແລະທຸກຄົນທົ່ວໂລກກໍສາມາດເຫັນມັນໄດ້.
ມີຕົ້ນໄມ້ສູງຈຸຟ້າຈົນທຸກຄົນທົ່ວໂລກເຫັນໄດ້.
ຂ້າແດ່ພະຣາຊາ ຕົ້ນໄມ້ນັ້ນແມ່ນທ່ານເອງ ຄືຜູ້ທີ່ຍິ່ງໃຫຍ່ແລະເຂັ້ມແຂງ. ຄວາມຍິ່ງໃຫຍ່ຂອງທ່ານສູງຈຸຟ້າ ແລະອຳນາດຂອງທ່ານກໍແຜ່ອອກໄປທົ່ວໂລກ.
ກໍເໝືອນກັບແກ່ນຜັກກາດເມັດໜຶ່ງ ຊຶ່ງຊາຍຄົນໜຶ່ງເອົາໄປຫວ່ານໃນສວນຂອງຕົນ ພືດນັ້ນກໍໃຫຍ່ຂຶ້ນກາຍເປັນກົກ ແລະຝູງນົກກໍມາເຮັດຮັງໃສ່ກິ່ງກ້ານຂອງມັນ.”