Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:16 - ພຣະຄຳພີສັກສິ

16 ພາຍ​ໃນ​ເຈັດ​ປີ​ລາວ​ຈະ​ບໍ່ມີ​ຈິດໃຈ​ມະນຸດ​ເຫຼືອ​ຢູ່, ແຕ່​ຈະ​ມີ​ຈິດໃຈ​ສັດ.

Uka jalj uñjjattʼäta Copia luraña




ດານີເອນ 4:16
13 Jak'a apnaqawi uñst'ayäwi  

ກະສັດ​ຖາມ​ວ່າ, “ຊາຍໜຸ່ມ​ອັບຊາໂລມ​ປອດໄພ​ບໍ?” ຄົນຮັບໃຊ້​ຄົນ​ນັ້ນ​ຕອບ​ວ່າ, “ຂ້ານ້ອຍ​ຢາກ​ໃຫ້​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ອັບຊາໂລມ​ນີ້ ເກີດຂຶ້ນ​ກັບ​ສັດຕູ​ຂອງທ່ານ​ທຸກຄົນ​ແລະ​ກັບ​ທຸກຄົນ​ທີ່​ກະບົດ​ຕໍ່ສູ້​ທ່ານ.”


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ຝ່າຍ​ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ໄປ ເພື່ອ​ລວບລວມ​ພົນຮົບ​ໃຫ້​ໄດ້​ຫລາຍກວ່າ​ແຕ່​ກ່ອນ. ເມື່ອ​ເວລາ​ອັນ​ເໝາະສົມ​ມາ​ເຖິງ​ແລ້ວ ລາວ​ພ້ອມ​ທັງ​ກອງທັບ​ອັນ​ໃຫຍ່ໂຕ​ທີ່​ມີ​ອາວຸດ​ຢ່າງດີ​ຈະ​ກັບຄືນ​ມາ​ອີກ.


ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”


ໃນ​ຂະນະທີ່​ພະຣາຊາ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ​ແລະ​ໄດ້​ກ່າວ​ວ່າ, ‘ຈົ່ງ​ບັກ​ກົກ​ໄມ້​ນີ້ ແລະ​ທຳລາຍ​ມັນ​ຖິ້ມ​ສາ ໃຫ້​ປະ​ແຕ່​ຕໍ​ໄວ້​ຕາມ​ພື້ນດິນ. ແລ້ວ​ໃຫ້​ເອົາ​ປອກເຫລັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້ ແລະ​ປະ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ​ທີ່​ນັ້ນ. ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້​ນີ້ ແລະ​ປ່ອຍ​ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ຝູງສັດ ເປັນ​ເວລາ​ເຈັດ​ປີ.’


ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ. ທ່ານ​ຈະ​ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ໃນ​ກາງແຈ້ງ ບ່ອນ​ທີ່​ມີ​ໝອກ​ຕົກລົງ​ໃສ່​ທ່ານ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ທ່ານ​ກໍ​ຈະ​ຍອມຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ; ແລະ​ພຣະອົງ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ນີ້​ແມ່ນ​ບົດ​ສຸດທ້າຍ​ຂອງ​ເລື່ອງ. ຂ້າພະເຈົ້າ​ຕົກໃຈ​ຢ້ານກົວ​ຈົນ​ໜ້າຊີດ​ໄປ ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຈື່ຈຳ​ເລື່ອງລາວ​ທັງໝົດ​ນີ້​ໄວ້​ໄດ້.


ສິ່ງ​ເຫຼົ່ານັ້ນ​ຈະ​ດັບສູນ​ໄປ ແຕ່​ພຣະອົງ​ຊົງ​ດຳລົງ​ຄົງ​ຢູ່ ສິ່ງ​ເຫຼົ່ານັ້ນ​ຈະ​ເກົ່າແກ່​ໄປ​ໝົດ​ສິ້ນ ເໝືອນ​ດັ່ງ​ເຄື່ອງນຸ່ງຫົ່ມ.


ແຕ່​ຍິງ​ຜູ້​ນີ້​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ​ນົກອິນຊີ​ໃຫຍ່ ເພື່ອ​ຈະ​ໄດ້​ບິນ​ໜີໄປ​ຫາ​ບ່ອນ​ຂອງ​ນາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ສາມ​ປີ​ເຄິ່ງ ປອດໄພ​ຈາກ​ການ​ໂຈມຕີ​ຂອງ​ພະຍານາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka