ດານີເອນ 4:13 - ພຣະຄຳພີສັກສິ13 ໃນຂະນະທີ່ເຮົາກຳລັງຄິດເຖິງນິມິດຢູ່ນັ້ນ ເຮົາກໍເຫັນເທວະດາຜູ້ອາລັກຂາຕົນໜຶ່ງ ລົງມາຈາກສະຫວັນ. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
ໃນຂະນະທີ່ພະຣາຊາກຳລັງເຝົ້າເບິ່ງຢູ່ນັ້ນ ມີເທວະດາຕົນໜຶ່ງລົງມາຈາກສະຫວັນແລະໄດ້ກ່າວວ່າ, ‘ຈົ່ງບັກກົກໄມ້ນີ້ ແລະທຳລາຍມັນຖິ້ມສາ ໃຫ້ປະແຕ່ຕໍໄວ້ຕາມພື້ນດິນ. ແລ້ວໃຫ້ເອົາປອກເຫລັກ ແລະປອກທອງສຳຣິດສຸບອ້ອມມັນໄວ້ ແລະປະໄວ້ໃນທົ່ງຫຍ້າກາງທົ່ງນາທີ່ນັ້ນ. ປ່ອຍໃຫ້ນໍ້າໝອກຕົກລົງມາຖືກຊາຍຜູ້ນີ້ ແລະປ່ອຍໃຫ້ລາວກິນຫຍ້າຢູ່ທ່າມກາງຝູງສັດ ເປັນເວລາເຈັດປີ.’