Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 4:12 - ພຣະຄຳພີສັກສິ

12 ໃບ​ຂອງ​ມັນ​ງາມ ແລະ​ມີ​ໝາກ​ຢ່ອນ​ລົງ​ເຕັມ​ຕົ້ນ ພໍ​ໃຫ້​ຄົນ​ທົ່ວໂລກ​ກິນ​ໄດ້. ສັດປ່າ​ທັງຫລາຍ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ ຝູງນົກ​ກໍ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ຕ່າງ​ກໍ​ກິນ​ໝາກ​ຂອງ​ມັນ.

Uka jalj uñjjattʼäta Copia luraña




ດານີເອນ 4:12
13 Jak'a apnaqawi uñst'ayäwi  

ພຣະອົງ​ເຮັດ​ໃຫ້​ພວກ​ຜູ້ນຳ​ໂງ່ຈ້າ​ໄປ​ໝົດ; ແລະ​ເຮັດ​ໃຫ້​ສັບສົນ​ວຸ້ນວາຍ​ເສຍ​ສະຕິ​ໄປ​ໝົດສິ້ນ;


ສຳລັບ​ຕົ້ນໄມ້​ເມື່ອ​ຖືກ​ປໍ້າ​ແລ້ວ ກໍ​ຍັງ​ມີ​ຄວາມຫວັງ; ມັນ​ຄືນ​ມີ​ຊີວິດ ແລະ​ງອກງາມ​ຂຶ້ນ​ໃໝ່​ໄດ້.


ເມື່ອ​ຖືກ​ນໍ້າ​ໜ້ອຍໜຶ່ງ​ຮວດ ກໍ​ມີ​ຊີວິດ​ເປັນ​ຄືນ​ມາ ແລະ​ເບີກບານ​ແຈ່ມໃສ ຄື​ກັບ​ເວລາ​ຍັງ​ໜຸ່ມນ້ອຍ.


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


ພວກມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຮ່ວມ​ກັບ​ພວກ​ທີ່​ໄດ້​ລົ້ມລົງ. ແລ້ວ​ທຸກຄົນ​ທີ່​ອາໄສ​ຢູ່​ໃຕ້​ຮົ່ມ​ກໍ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ ໃນ​ທ່າມກາງ​ຊົນຊາດ​ຕ່າງໆ.


ເທວະດາ​ຕົນ​ນີ້​ໄດ້​ປະກາດ​ດ້ວຍ​ສຽງດັງ​ວ່າ, ‘ຈົ່ງ​ບັກ​ຕົ້ນໄມ້ ແລະ​ຮານ​ງ່າ​ຂອງ​ມັນ​ຖິ້ມ; ລິ​ໃບ​ຂອງມັນ ແລະ​ເຮັດ​ໃຫ້​ໝາກ​ຂອງມັນ​ຟົ້ງ​ກະຈັດ​ກະຈາຍ​ໄປ ຈົ່ງ​ໄລ່​ຝູງ​ສັດປ່າ​ໃຫ້​ໜີ​ອອກ​ຈາກ​ຮົ່ມ​ຂອງມັນ ແລະ​ຝູງນົກ​ໃຫ້​ໜີ​ຈາກ​ງ່າ​ຂອງມັນ.


ເມັດ​ນັ້ນ​ນ້ອຍ​ກວ່າ​ເມັດ​ທັງຫລາຍ ແຕ່​ເມື່ອ​ງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່​ກວ່າ​ຜັກ​ຊະນິດ​ອື່ນໆ, ມັນ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ຈົນ​ວ່າ​ຝູງ​ນົກ​ມາ​ຈັບ ແລະ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ​ໄດ້.”


“ແຕ່​ເລື່ອງ​ວັນ​ກຳນົດ ຫລື​ເວລາ​ກຳນົດ​ນັ້ນ​ບໍ່ມີ​ຜູ້ໃດ​ຮູ້ ແມ່ນແຕ່​ເທວະດາ​ໃນ​ສະຫວັນ ແລະ​ພຣະບຸດ​ກໍ​ບໍ່​ຮູ້, ຮູ້​ແຕ່​ພຣະບິດາເຈົ້າ​ອົງ​ດຽວ​ເທົ່ານັ້ນ.


ເມື່ອ​ຫວ່ານ​ລົງ​ໄປ​ແລ້ວ​ມັນ​ກໍ​ປົ່ງ​ຂຶ້ນ ແລະ​ກາຍເປັນ​ຕົ້ນ​ທີ່​ໃຫຍ່​ກວ່າ​ຜັກ​ທັງປວງ ແລະ​ແຕກ​ກິ່ງ​ກ້ານ​ໃຫຍ່​ອອກ ພໍ​ທີ່​ພວກ​ນົກ​ປ່າ​ມາ​ເຮັດ​ຮັງ​ຢູ່​ໄດ້.”


ກໍ​ເໝືອນ​ກັບ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ ພືດ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ແລະ​ຝູງ​ນົກ​ກໍ​ມາ​ເຮັດ​ຮັງ​ໃສ່​ກິ່ງ​ກ້ານ​ຂອງ​ມັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka