11 ຕົ້ນໄມ້ນີ້ໃຫຍ່ສູງຈົນຈຸທ້ອງຟ້າ ແລະທຸກຄົນທົ່ວໂລກກໍສາມາດເຫັນມັນໄດ້.
ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
ຊາວຕ່າງດ້າວຜູ້ທີ່ໂຫດຫ້ຽມຈະປໍ້າມັນລົງ ແລະປະມັນໄວ້. ງ່າແລະກິ່ງກ້ານຕ່າງໆຂອງມັນຈະຕົກລົງໃສ່ພູທຸກໜ່ວຍ ແລະຮ່ອມພູທຸກບ່ອນໃນປະເທດ. ບັນດາຊົນຊາດທັງໝົດທີ່ອາໄສຮົ່ມຂອງມັນນັ້ນຈະໜີໄປໝົດ.
ມັນສູງກວ່າຕົ້ນໄມ້ອື່ນໆ ເພາະມີນໍ້າລໍ່ລ້ຽງຢ່າງດີ ຕົ້ນໄມ້ນັ້ນຕ່າງກໍມີງ່າທັງໃຫຍ່ແລະຍາວດ້ວຍ;
ສ່ວນເຈົ້າ ເມືອງກາເປນາອູມເອີຍ ເຈົ້າຈະຖືກຍົກຂຶ້ນໃຫ້ພຽງຟ້າສະຫວັນພຸ້ນບໍ? ເຈົ້າຈະຖືກຖິ້ມລົງສູ່ບຶງໄຟນະຣົກ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ໄດ້ຖືກກະທຳໃນເມືອງໂຊໂດມແລ້ວ ເມືອງນັ້ນກໍຄົງຍັງຕັ້ງຢູ່ຈົນເຖິງທຸກວັນນີ້.
“ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເຖີດ ວັນນີ້ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເປັນຂອງຊົນຊາດທີ່ຍິ່ງໃຫຍ່ແລະມີອຳນາດກວ່າພວກເຈົ້າ. ເມືອງກໍໃຫຍ່ແລະກຳແພງກໍສູງຈຸຟ້າສະຫວັນ,