ດານີເອນ 3:6 - ພຣະຄຳພີສັກສິ6 ຜູ້ໃດຜູ້ໜຶ່ງທີ່ບໍ່ກົ້ມລົງຂາບ ຈະຖືກໂຍນເຂົ້າໄປໃນເຕົາໄຟທີ່ກຳລັງລຸກໄໝ້ຢູ່ທັນທີ.” Uka jalj uñjjattʼäta |
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”
ພວກຂ້ານ້ອຍທັງໝົດຜູ້ບໍລິຫານອານາຈັກຂອງທ່ານ ຄືຜູ້ກວດກາຣາຊການແຜ່ນດິນ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຄົນອື່ນໆໄດ້ຕົກລົງກັນເຫັນດີວ່າ ພະຣາຊາສົມຄວນຈະອອກຄຳສັ່ງຢ່າງໜຶ່ງ ແລະໃຫ້ທຸກຄົນເຮັດຕາມຢ່າງເຂັ້ມງວດ. ໃຫ້ອອກຄຳສັ່ງວ່າໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາອະທິຖານຂໍສິ່ງໃດຈາກພຣະ ຫລືຄົນໃດໆທັງສິ້ນ ເວັ້ນໄວ້ແຕ່ຂໍຈາກພະຣາຊາເທົ່ານັ້ນ. ຜູ້ໃດຜູ້ໜຶ່ງທີ່ຝ່າຝືນຄຳສັ່ງນີ້ຈະຖືກໂຍນເຂົ້າໄປໃນຖໍ້າສິງ.