Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:25 - ພຣະຄຳພີສັກສິ

25 ເພິ່ນ​ຖາມ​ວ່າ, “ຖ້າດັ່ງນັ້ນ ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ສີ່​ຄົນ​ກຳລັງ​ຍ່າງ​ຢູ່​ໃນ​ໄຟ​ນັ້ນ? ພວກເຂົາ​ບໍ່ໄດ້​ຖືກ​ມັດ ແລະ​ບໍ່​ເຫັນ​ຮ່ອງຮອຍ​ວ່າ​ຖືກ​ເຈັບ​ເພາະ​ຖືກ​ໄຟ​ໄໝ້​ເລີຍ ແລະ​ອີກ​ຜູ້ໜຶ່ງ​ໃນ​ສີ່​ຄົນ​ນີ້​ກໍ​ເບິ່ງ​ຄ້າຍຄື​ພຣະ​ອົງ​ໜຶ່ງ.”

Uka jalj uñjjattʼäta Copia luraña




ດານີເອນ 3:25
20 Jak'a apnaqawi uñst'ayäwi  

ເມື່ອ​ເຖິງ​ວັນ​ທີ່​ພວກ​ເທວະດາ​ຂອງ​ພຣະເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ມານຊາຕານ ກໍ​ມາ​ໃນ​ທ່າມກາງ​ພວກເຂົາ​ດ້ວຍ.


ໃນ​ຮຸ່ງເຊົ້າ​ຂອງ​ວັນ​ນັ້ນ ໝູ່​ດວງດາວ​ຮ້ອງເພງ​ນຳກັນ ພວກ​ເທວະດາ​ຂອງ​ພຣະອົງ ກໍ​ເປັ່ງ​ສຽງ​ໂຮຮ້ອງ​ຍິນດີ​ທັງນັ້ນ.


ພຣະອົງ​ຈະ​ຊ່ວຍ​ເຈົ້າ ຈາກ​ຖືກ​ທຳຮ້າຍ​ຫລາຍຄັ້ງ​ຫລາຍຫົນ;


ເທວະດາ​ຂອງ​ພຣະເຈົ້າຢາເວ​ເຝົ້າ​ຮັກສາ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ໄດ້.


ຜູ້ໃດ​ທີ່​ມີ​ຄວາມ​ຮອບຮູ້ ກ່ຽວກັບ​ສະຫວັນ​ແດ່​ເດ? ຜູ້ໃດ​ແດ່​ທີ່​ເຄີຍ​ໃຊ້​ມື​ຂອງຕົນ​ຈັບ​ລົມ? ຫລື​ເອົາ​ຜ້າ​ມາ​ຫໍ່​ນໍ້າ​ເໝືອນ​ດັ່ງ​ຫໍ່​ສິ່ງຂອງ​ໄດ້? ຫລື​ໝາຍ​ເຂດແດນ​ທີ່​ເທິງ​ແຜ່ນດິນ​ໂລກ​ເຮົາ? ເພິ່ນ​ຄື​ໃຜ? ເຈົ້າ​ຮູ້​ບໍ່​ໃຜ​ເປັນ​ລູກ​ຂອງ​ເພິ່ນ?


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແລະ​ຄົນ​ມັກການ​ຮຸນແຮງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແຕ່​ເຖິງ​ແມ່ນ​ວ່າ​ພຣະອົງ​ບໍ່​ຊ່ວຍ ກໍ​ຂໍ​ໃຫ້​ທ່ານ​ຮູ້​ໄວ້​ວ່າ​ພວກ​ຂ້ານ້ອຍ​ຈະ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ແລະ​ຈະ​ບໍ່​ກົ້ມ​ຂາບ​ຕໍ່​ຮູບປັ້ນ​ເປັນ​ຄຳ ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຢ່າງ​ເດັດຂາດ.”


ເຈົ້າ​ເນບູ​ກາດເນັດຊາ​ໄດ້​ລຸກ​ຢືນ​ຂຶ້ນ​ໃນທັນທີ ດ້ວຍ​ຄວາມ​ປະຫລາດ​ໃຈ. ເພິ່ນ​ຖາມ​ພວກ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກເຮົາ​ໄດ້​ມັດ​ຊາຍ​ທັງ​ສາມ​ນັ້ນ ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ​ແລ້ວ ບໍ່ແມ່ນ​ບໍ?” ພວກເຂົາ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ແມ່ນແລ້ວ ພະຣາຊາ.”


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ລົງ​ມາ​ຊ່ວຍກູ້​ເອົາ​ຊາຍ​ເຫຼົ່ານີ້​ທີ່​ຮັບໃຊ້ ແລະ​ໄວ້ວາງໃຈ​ໃນ​ພຣະອົງ. ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກຕົນ ແທນທີ່​ຈະ​ກົ້ມ​ລົງ ແລະ​ຂາບໄຫວ້​ພະ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຕົນເອງ.


ກະສັດ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ຈຶ່ງ​ສັ່ງ​ໃຫ້​ດຶງ​ດານີເອນ​ຂຶ້ນ​ມາ​ຈາກ​ຖໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ດຶງ​ເອົາ​ດານີເອນ​ຂຶ້ນ​ມາ ແລະ​ເຫັນ​ວ່າ​ເພິ່ນ​ບໍ່ໄດ້​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ ເພາະ​ເພິ່ນ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງເພິ່ນ.


ພວກເຂົາ​ຈະ​ຈັບ​ງູ ຫລື​ດື່ມ​ຂອງ​ມີ​ພິດ​ຢ່າງ​ໜຶ່ງ​ຢ່າງ​ໃດ ສິ່ງ​ເຫຼົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ ເມື່ອ​ພວກເຂົາ​ວາງ​ມື​ໃສ່​ຄົນ​ປ່ວຍ ແລະ​ຄົນ​ປ່ວຍ​ນັ້ນ​ກໍ​ຈະ​ຫາຍ​ດີ.”


ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.


ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ແລະ​ຕົນເອງ​ກໍ​ບໍ່​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ.


ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ຖ້າ​ພວກເຈົ້າ​ດຸໝັ່ນ​ໃນ​ການ​ເຮັດ​ດີ ແມ່ນ​ຜູ້ໃດ​ຈະ​ເຮັດ​ຮ້າຍ​ພວກເຈົ້າ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka