23 ສ່ວນຊັດຣາກ, ເມຊາກ ແລະອາເບັດເນໂກ ກໍຕົກລົງໃນເຕົາໄຟໂດຍທີ່ຍັງຖືກມັດຢູ່.
ຄົນຊອບທຳທົນທຸກຕໍ່ຄວາມລຳບາກນາໆຊະນິດ ແຕ່ພຣະເຈົ້າຢາເວຊ່ວຍໃຫ້ພົ້ນຈາກສິ່ງເຫຼົ່ານີ້.
ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້.
ສະນັ້ນ ພວກເຂົາຈຶ່ງຈັບຂ້າພະເຈົ້າໄປ ແລະໃຊ້ເຊືອກຢ່ອນຂ້າພະເຈົ້າລົງໃນສ້າງຂອງເຈົ້າຊາຍມານກີຢາ ຊຶ່ງຢູ່ໃນເດີ່ນຂອງຣາຊວັງນັ້ນເອງ. ຢູ່ໃນສ້າງໜ່ວຍນີ້ບໍ່ມີນໍ້າ ແລະມີແຕ່ຂີ້ຕົມ ແລະຂ້າພະເຈົ້າກໍຈົມລົງໃນຂີ້ຕົມນັ້ນ.
ຫົວໜ້າຂ້າຣາຊການໄດ້ໃສ່ຊື່ໃໝ່ໃຫ້ພວກເຂົາດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະອາເບັດເນໂກ.
ເຈົ້າເນບູກາດເນັດຊາໄດ້ລຸກຢືນຂຶ້ນໃນທັນທີ ດ້ວຍຄວາມປະຫລາດໃຈ. ເພິ່ນຖາມພວກຂ້າຣາຊການຂອງຕົນວ່າ, “ພວກເຮົາໄດ້ມັດຊາຍທັງສາມນັ້ນ ໂຍນເຂົ້າໄປໃນເຕົາໄຟອັນຮ້ອນກ້າແລ້ວ ບໍ່ແມ່ນບໍ?” ພວກເຂົາຈຶ່ງຕອບເພິ່ນວ່າ, “ແມ່ນແລ້ວ ພະຣາຊາ.”
ຝ່າຍຄວາມທຸກລຳບາກອັນເບົາບາງແລະຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ ຈົນຫາທີ່ປຽບບໍ່ໄດ້.
ໄດ້ມອດໄຟອັນຮ້ອນກ້າ, ໄດ້ພົ້ນຈາກຄົມດາບຂອງຄູ່ຕໍ່ສູ້. ເຖິງແມ່ນວ່າພວກເພິ່ນອ່ອນແອ, ແຕ່ພວກເພິ່ນກໍກັບກາຍເປັນຄົນເຂັ້ມແຂງ, ມີກຳລັງຄວາມສາມາດອົງອາດກ້າຫານ ແລະໄດ້ຕີບັນດາກອງທັບຂອງຊາວຕ່າງປະເທດໃຫ້ແຕກໜີໄປ.