Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:22 - ພຣະຄຳພີສັກສິ

22 ບັດນີ້ ຍ້ອນ​ຄຳສັ່ງ​ອັນ​ໜັກແໜ້ນ​ຂອງ​ກະສັດ​ນັ້ນ ເຕົາໄຟ​ຈຶ່ງ​ລຸກໄໝ້​ຮ້ອນ​ທີ່ສຸດ ຈົນ​ວ່າ​ພວກ​ຄົນ​ທີ່​ໂຍນ​ພວກເຂົາ​ເຂົ້າ​ໄປ​ໃນ​ເຕົາໄຟ ຖືກ​ໄຟ​ໄໝ້​ຕາຍ.

Uka jalj uñjjattʼäta Copia luraña




ດານີເອນ 3:22
10 Jak'a apnaqawi uñst'ayäwi  

ແລະ​ເພິ່ນ​ກໍ​ຂີ່​ລໍ​ອອກ​ໄປ ແລະ​ພົບ​ຊາກສົບ​ຂອງ​ຜູ້ທຳນວາຍ​ນອນ​ຢຽດ​ໃນ​ຫົນທາງ ຊຶ່ງ​ມີ​ລໍ​ແລະ​ສິງ​ຢືນ​ຢູ່​ທີ່​ນັ້ນ. ສິງ​ບໍ່ໄດ້​ກັດກິນ​ຊາກສົບ ຫລື​ຕໍ່ສູ້​ລໍ​ແຕ່​ຢ່າງໃດ.


ຊາວ​ເອຢິບ​ໄດ້​ຂໍຮ້ອງ​ຊົນຊາດ​ນີ້​ໃຫ້​ຟ້າວ​ອອກ​ໜີໄປ​ຈາກ​ປະເທດ. ພວກເຂົາ​ໄດ້​ເວົ້າ​ວ່າ, “ພວກເຮົາ​ຈະ​ຕາຍ​ກັນ​ໝົດ​ຖ້າ​ພວກເຈົ້າ​ບໍ່​ໜີໄປ.”


ຄົນ​ຊອບທຳ​ໄດ້​ຮັບ​ການ​ຄຸ້ມຄອງ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ, ແຕ່​ຄົນ​ຊົ່ວຮ້າຍ​ເປັນ​ຜູ້​ຮັບ​ເອົາແທນ.


ເມື່ອ​ຄົນຊົ່ວ​ຊອກຫາ​ເຮັດ​ໃຫ້​ຄົນດີ​ທົນທຸກ​ແລ້ວ ການ​ທົນທຸກ​ນັ້ນ​ກໍ​ຈະ​ສະໜອງ​ເຂົາ​ຄືນ.


ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.


ໂດຍ​ຖາມ​ອາຣີໂອກ​ວ່າ, “ເປັນຫຍັງ​ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ຮຸນແຮງ​ຢ່າງນີ້.” ສະນັ້ນ ອາຣີໂອກ​ຈຶ່ງ​ໄດ້​ບອກ​ດານີເອນ​ໃຫ້​ຮູ້​ຕາມ​ເຫດການ​ທີ່​ໄດ້​ເກີດຂຶ້ນ.


ແລ້ວ​ກະສັດ​ກໍ​ອອກ​ຄຳສັ່ງ​ໃຫ້​ຈັບ​ຊາຍ​ທັງໝົດ​ທີ່​ຟ້ອງ​ດານີເອນ ແລະ​ໃຫ້​ໂຍນ​ພວກເຂົາ​ທັງ​ເມຍ​ແລະ​ລູກໆ​ລົງ​ໄປ​ໃນ​ຖໍ້າ​ສິງ. ຝູງ​ສິງ​ໄດ້​ໂດດ​ຄຸບ​ກິນ​ພວກເຂົາ ແລະ​ຫັກ​ກະດູກ​ທຸກຄົນ​ກ່ອນ​ທີ່​ພວກເຂົາ​ຕົກລົງ​ເຖິງ​ພື້ນ​ຖໍ້າ.


ຢູດາ​ໄດ້​ຖິ້ມ​ເງິນ​ໄວ້​ໃນ​ພຣະວິຫານ ແລະ​ອອກ​ໜີໄປ ແລ້ວ​ລາວ​ກໍ​ໄປ​ຜູກ​ຄໍ​ຕາຍ.


ເມື່ອ​ເຮໂຣດ​ຊອກ​ຫາ​ເປໂຕ​ບໍ່​ພົບ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສືບ​ຖາມ​ທະຫານ​ຍາມ ແລະ​ສັ່ງ​ໃຫ້​ປະຫານ​ຊີວິດ​ພວກເຂົາ​ເສຍ. ຫລັງຈາກ​ເຫດການ​ນີ້​ແລ້ວ ເຮໂຣດ​ກໍ​ໜີ​ຈາກ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ທີ່​ເມືອງ​ກາຍຊາເຣຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka