Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:21 - ພຣະຄຳພີສັກສິ

21 ດັ່ງນັ້ນ ພວກເຂົາ​ຈຶ່ງ​ມັດ​ຊາຍ​ທັງ​ສາມ​ພ້ອມ​ທັງ​ເຄື່ອງນຸ່ງ ຄື​ມີ​ເສື້ອ​ຊັ້ນນອກ ແລະ​ຊັ້ນໃນ, ໝວກ ແລະ​ເຄື່ອງຂອງ​ອື່ນໆ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ໄປ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ.

Uka jalj uñjjattʼäta Copia luraña




ດານີເອນ 3:21
6 Jak'a apnaqawi uñst'ayäwi  

ແລະ​ສັ່ງ​ຂັງ​ໂຢເຊັບ​ໄວ້​ໃນ​ຄຸກ​ບ່ອນ​ທີ່​ກະສັດ​ຂັງ​ນັກໂທດ.


ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຢາກ​ຈະ​ສາບແຊ່ງ​ຜູ້ໜຶ່ງ​ຜູ້ໃດ; ພວກເຂົາ​ຈະ​ເວົ້າ​ວ່າ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ເຊເດກີຢາ​ແລະ​ອາຮາບ ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປີ້ງ​ພວກເຂົາ​ທັງເປັນ.’


ເພິ່ນ​ໄດ້​ສັ່ງ​ຄົນ​ຜູ້​ເຂັ້ມແຂງ​ທີ່ສຸດ​ໃນ​ກອງທັບ​ຂອງຕົນ​ຜູກ​ຊາຍ​ທັງ​ສາມ​ຄົນ​ນີ້ ແລະ​ໂຍນ​ພວກເຂົາ​ໃສ່​ເຕົາ​ໄຟ​ຮ້ອນ​ທີ່​ກຳລັງ​ລຸກໄໝ້​ຢູ່.


ຝ່າຍ​ບັນດາ​ພວກ​ຜູ້ປົກຄອງ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄົນອື່ນໆ ຕ່າງ​ກໍ​ເບິ່ງ​ຊາຍ​ສາມ​ຄົນ​ນີ້; ພວກເຂົາ​ບໍ່ໄດ້​ຮັບ​ບາດເຈັບ​ຍ້ອນ​ໄຟ​ນັ້ນ​ເລີຍ. ຜົມ​ກໍ​ບໍ່​ຖືກ​ໄຟ​ໄໝ້, ເຄື່ອງນຸ່ງ​ກໍ​ບໍ່​ຖືກ​ໄຟ​ໄໝ້ ແລະ​ໃນ​ຕົວ​ຂອງ​ພວກເຂົາ​ກໍ​ບໍ່ມີ​ກິ່ນ​ຄວັນໄຟ​ເລີຍ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ​ຂາບ ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ.”


ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka