Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:2 - ພຣະຄຳພີສັກສິ

2 ແລ້ວ​ກະສັດ​ກໍໄດ້​ສັ່ງ​ບັນດາ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ໃນ​ແຂວງ​ທັງໝົດ​ຂອງເພິ່ນ​ໃຫ້​ມາ​ໂຮມກັນ​ດັ່ງນີ້: ເຈົ້າແຂວງ, ຮອງ​ເຈົ້າແຂວງ, ຜູ້ປົກຄອງ​ກຳແພງ​ນະຄອນ, ນາຍຄັງ, ຜູ້​ພິພາກສາ, ຕຸລາການ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ. ບັນດາ​ຂ້າຣາຊການ​ເຫຼົ່ານີ້​ຕ້ອງ​ມາ​ໃນ​ງານ​ສະຫລອງ​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.

Uka jalj uñjjattʼäta Copia luraña




ດານີເອນ 3:2
10 Jak'a apnaqawi uñst'ayäwi  

ກະສັດ​ເຢໂຣໂບອາມ​ໄດ້​ກຳນົດ​ໃຫ້​ມີ​ພິທີ​ສະຫລອງ​ທາງ​ສາສະໜາ ໃນ​ວັນ​ທີ​ສິບຫ້າ​ເດືອນ​ແປດ ເໝືອນດັ່ງ​ວັນ​ສະຫລອງ​ທີ່​ອານາຈັກ​ຢູດາຍ. ເທິງ​ແທ່ນບູຊາ​ທີ່​ເບັດເອນ ເພິ່ນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ຮູບ​ງົວຄຳ​ທີ່​ເພິ່ນ​ຫລໍ່​ຂຶ້ນ​ນັ້ນ ແລະ​ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ບາງຄົນ​ໃຫ້​ຮັບໃຊ້​ຢູ່​ໃນ​ບ່ອນ​ຂາບໄຫວ້ ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຄືກັນ.


ຖ້າ​ຜູ້ປົກຄອງ​ເອົາໃຈໃສ່​ຕໍ່​ຄຳ​ລາຍງານ​ບໍ່ຈິງ, ຂ້າຣາຊການ​ຂອງເພິ່ນ​ທັງໝົດ​ຈະ​ເປັນ​ຄົນ​ຂີ້ຕົວະ.


ຝ່າຍ​ບັນດາ​ພວກ​ຜູ້ປົກຄອງ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄົນອື່ນໆ ຕ່າງ​ກໍ​ເບິ່ງ​ຊາຍ​ສາມ​ຄົນ​ນີ້; ພວກເຂົາ​ບໍ່ໄດ້​ຮັບ​ບາດເຈັບ​ຍ້ອນ​ໄຟ​ນັ້ນ​ເລີຍ. ຜົມ​ກໍ​ບໍ່​ຖືກ​ໄຟ​ໄໝ້, ເຄື່ອງນຸ່ງ​ກໍ​ບໍ່​ຖືກ​ໄຟ​ໄໝ້ ແລະ​ໃນ​ຕົວ​ຂອງ​ພວກເຂົາ​ກໍ​ບໍ່ມີ​ກິ່ນ​ຄວັນໄຟ​ເລີຍ.


ເມື່ອ​ບັນດາ​ຂ້າຣາຊການ​ທັງໝົດ​ໄດ້​ມາ​ພ້ອມ​ກັນ​ສະຫລອງ ແລະ​ຢືນ​ຢູ່​ຕໍ່ໜ້າ​ຮູບປັ້ນ​ເປັນ​ຄຳ​ນັ້ນ​ແລ້ວ


ພວກ​ແມ່ຍິງ​ເຫຼົ່ານີ້​ໄດ້​ເຊີນ​ພວກເຂົາ​ເຂົ້າ​ຮ່ວມ ບຸນ​ສະຫລອງ​ພິທີ​ຖວາຍບູຊາ​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຊາວ​ໂມອາບ. ພວກເຂົາ​ໄດ້​ກິນ​ອາຫານ​ທີ່​ໄດ້​ບູຊາ​ແລ້ວ​ແລະ​ໄດ້​ນົບ​ຮູບ​ພະ​ທັງຫລາຍ​ຂອງ​ພວກເຂົາ


ຄື​ຍິງ​ນັ້ນ​ທີ່​ບັນດາ​ກະສັດ​ທົ່ວ​ໂລກ ໄດ້​ຫລີ້ນ​ຜິດ​ສິນທຳ​ທາງ​ເພດ​ກັບ​ມັນ ແລະ​ຊາວ​ໂລກ​ທັງຫລາຍ​ໄດ້​ມົວເມົາ​ດ້ວຍ​ເຫລົ້າແວງ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ມັນ​ນັ້ນ.”


ພວກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ພາກັນ​ມາ​ສະເຫລີມ​ສະຫລອງ ງານ​ຖວາຍບູຊາ​ຄັ້ງ​ຍິ່ງໃຫຍ່​ແກ່​ພະ​ດາໂກນ​ຂອງ​ພວກເຂົາ. ພວກເຂົາ​ຮ້ອງເພງ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີໄຊ​ເໜືອ​ແຊມຊັນ ສັດຕູ​ຄູ່​ອາຄາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka