19 ແລ້ວເຈົ້າເນບູກາດເນັດຊາກໍໂກດຮ້າຍຊັດຣາກ, ເມຊາກ ແລະອາເບັດເນໂກຢ່າງສຸດຂີດຈົນໜ້າດຳຕາແດງ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນຂອງຕົນ ໄປດັງໄຟໃນເຕົາໃຫ້ຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ.
ຢາໂຄບເຫັນໄດ້ອີກວ່າ ທ່າທີຂອງລາບານທີ່ມີຕໍ່ຕົນນັ້ນບໍ່ດີຄືແຕ່ກ່ອນ.
ເມື່ອຮາມານຮູ້ວ່າມໍເດໄກບໍ່ຄຸເຂົ່າກົ້ມຂາບຕົນ ລາວກໍໂກດຮ້າຍຫຼາຍ
ກະສັດລຸກຢືນຂຶ້ນທັງໃຈຮ້າຍຫລາຍ ແລະອອກຈາກຫ້ອງໜີໄປຂ້າງນອກທີ່ສວນອຸທະຍານ. ຮາມານເຫັນວ່າກະສັດຕັ້ງໃຈຈະລົງໂທດຕົນເພາະເລື່ອງນີ້; ສະນັ້ນ ລາວຈຶ່ງຢູ່ຮ້ອງຂໍຣາຊີນີເອສະເທີໃຫ້ໄວ້ຊີວິດຕົນ.
ຄວາມໂກດຮ້າຍຂອງມະນຸດກໍເປັນພຽງແຕ່ ການຍ້ອງຍໍສັນລະເສີນພຣະອົງເທົ່ານັ້ນ. ຜູ້ທີ່ລອດຊີວິດຈາກການເສິກຈະສະຫລອງ ໄຊຊະນະຂອງພຣະເຈົ້າຢາເວ.
ຄົນມີປັນຍາຍ່ອມເຮັດໃຫ້ກະສັດມີຄວາມສຸກ ຖ້າກະສັດເກີດໂມໂຫກໍເຮັດໃຫ້ບາງຄົນຕ້ອງເສຍຊີວິດ.
ຄົນໂອຫັງອວດດີດູຖູກທຸກແນວ ການປະພຶດຂອງລາວກໍລ້ວນແຕ່ຂີ້ສະຫາວທັງນັ້ນ.
ເຮົາຈະເອົາໃຫ້ພວກທີ່ກົດຂີ່ເຈົ້າດື່ມແທນ ຄືພວກທີ່ໃຫ້ເຈົ້ານອນກາງຫົນທາງນັ້ນ ແລະພວກເຂົາກໍໄດ້ຢຽບຢໍ່າເຈົ້າລົງ ດັ່ງຢຽບຂີ້ຝຸ່ນດິນທີ່ພື້ນຕີນຂອງເຂົາເຈົ້າ.”
ຍ້ອນຄຳເວົ້ານັ້ນກະສັດຈຶ່ງຮ້າຍໃຫຍ່ ແລະສັ່ງໃຫ້ປະຫານຊີວິດພວກທີ່ປຶກສາ ປະຈຳກະສັດໃນນະຄອນບາບີໂລນ.
ດ້ວຍເຫດນີ້ ກະສັດຈຶ່ງໂກດຮ້າຍຫຼາຍ ແລະສັ່ງໃຫ້ນຳເອົາຊາຍສາມຄົນນັ້ນເຂົ້າມາຫາຕົນ.
ເພິ່ນໄດ້ສັ່ງຄົນຜູ້ເຂັ້ມແຂງທີ່ສຸດໃນກອງທັບຂອງຕົນຜູກຊາຍທັງສາມຄົນນີ້ ແລະໂຍນພວກເຂົາໃສ່ເຕົາໄຟຮ້ອນທີ່ກຳລັງລຸກໄໝ້ຢູ່.
ເພິ່ນຈຶ່ງໜ້າຊີດ ແລະຢ້ານຫລາຍຈົນຂາສັ່ນ.
ແລ້ວກະສັດກໍອອກຄຳສັ່ງໃຫ້ຈັບຊາຍທັງໝົດທີ່ຟ້ອງດານີເອນ ແລະໃຫ້ໂຍນພວກເຂົາທັງເມຍແລະລູກໆລົງໄປໃນຖໍ້າສິງ. ຝູງສິງໄດ້ໂດດຄຸບກິນພວກເຂົາ ແລະຫັກກະດູກທຸກຄົນກ່ອນທີ່ພວກເຂົາຕົກລົງເຖິງພື້ນຖໍ້າ.
ຖ້າເຖິງຂັ້ນນີ້ແລ້ວພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ເຮົາກໍຈະລົງໂທດບາບກຳຂອງພວກເຈົ້າຕື່ມອີກເຈັດເທົ່າ.
ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານເຮົາ ແລະປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກຳໃຫ້ແກ່ພວກເຈົ້າ ຕາມໂທດກຳທີ່ພວກເຈົ້າສົມຄວນໄດ້ຮັບອີກເຖິງເຈັດເທົ່າ.
ເຮົາກໍຈະຫັນມາຕໍ່ສູ້ພວກເຈົ້າ ແລະເຮົາຈະລົງໂທດບາບກຳຂອງພວກເຈົ້າໃຫ້ໜັກກວ່າເກົ່າອີກເຖິງເຈັດເທົ່າ.
ຕໍ່ໄປເຮົາຈະຫັນມາລົງໂທດພວກເຈົ້າຢ່າງໂຫດຮ້າຍທາລຸນ ໃຫ້ໜັກຕື່ມຂຶ້ນກວ່າເກົ່າອີກເຈັດເທົ່າ.
ເມື່ອສະມາຊິກສະພາສູງສຸດໄດ້ຍິນດັ່ງນັ້ນ ກໍເຈັບແຄ້ນຢ່າງສຸດຂີດ ຈົນຄິດຢາກຂ້າພວກອັກຄະສາວົກເສຍ.
ເມື່ອສະມາຊິກສະພາສູງສຸດໄດ້ຍິນຊະເຕຟາໂນກ່າວຖ້ອຍຄຳເຫຼົ່ານີ້ ພວກເຂົາກໍໂມໂຫເຕັມທີ ແລະຂົບແຂ້ວຄ້ຽວຟັນໃສ່ຊະເຕຟາໂນດ້ວຍຄວາມເຈັບແຄ້ນແໜ້ນໃຈ.