Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:18 - ພຣະຄຳພີສັກສິ

18 ແຕ່​ເຖິງ​ແມ່ນ​ວ່າ​ພຣະອົງ​ບໍ່​ຊ່ວຍ ກໍ​ຂໍ​ໃຫ້​ທ່ານ​ຮູ້​ໄວ້​ວ່າ​ພວກ​ຂ້ານ້ອຍ​ຈະ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ແລະ​ຈະ​ບໍ່​ກົ້ມ​ຂາບ​ຕໍ່​ຮູບປັ້ນ​ເປັນ​ຄຳ ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຢ່າງ​ເດັດຂາດ.”

Uka jalj uñjjattʼäta Copia luraña




ດານີເອນ 3:18
20 Jak'a apnaqawi uñst'ayäwi  

ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ໂດຍຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ແຕ່​ຢ່າງໃດ​ກໍຕາມ ເຮົາ​ຈະ​ໃຫ້​ມີ​ເຈັດພັນ​ຄົນ ມີ​ຊີວິດ​ຢູ່​ໃນ​ອິດສະຣາເອນ ຄື​ພວກ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ ຫລື​ຈູບ​ຮູບເຄົາຣົບ​ຂອງ​ມັນ.”


ຂ້ອຍ​ສິ້ນຫວັງ​ແລ້ວ ເປັນຫຍັງ​ພຣະເຈົ້າ​ບໍ່​ຂ້າ​ຂ້ອຍ​ສາ? ຂ້ອຍ​ກຳລັງ​ຖະແຫລງ​ຄະດີ​ຂອງຂ້ອຍ​ຕໍ່​ພຣະອົງ.


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ລົງ​ມາ​ຊ່ວຍກູ້​ເອົາ​ຊາຍ​ເຫຼົ່ານີ້​ທີ່​ຮັບໃຊ້ ແລະ​ໄວ້ວາງໃຈ​ໃນ​ພຣະອົງ. ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກຕົນ ແທນທີ່​ຈະ​ກົ້ມ​ລົງ ແລະ​ຂາບໄຫວ້​ພະ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຕົນເອງ.


ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ຜູ້​ທີ່​ຮັກສາ​ຊີວິດ​ຂອງຕົນ​ໄວ້ ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້​ທີ່​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ຊີວິດ.”


ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ເມື່ອ​ຄໍ່າ​ມາ ພວກເຈົ້າ​ເຄີຍ​ເວົ້າ​ວ່າ, ‘ອາກາດ​ຈະ​ດີ​ເພາະ​ທ້ອງຟ້າ​ມີ​ສີແດງ.’


ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ເພິ່ນ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳບາກ ກັບ​ພົນລະເມືອງ​ຂອງ​ພຣະເຈົ້າ ແທນ​ຄວາມ​ເພີດເພີນ​ຊົ່ວຄາວ​ໃນ​ຄວາມ​ບາບ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka