13 ດ້ວຍເຫດນີ້ ກະສັດຈຶ່ງໂກດຮ້າຍຫຼາຍ ແລະສັ່ງໃຫ້ນຳເອົາຊາຍສາມຄົນນັ້ນເຂົ້າມາຫາຕົນ.
ແຕ່ບໍ່ພໍໃຈໃນການຖວາຍຂອງກາອິນ. ກາອິນຈຶ່ງຄຽດແຄ້ນ ແລະໜ້າບູດບຶ້ງ.
ພົບໝີແມ່ທີ່ລູກນ້ອຍຖືກລັກໄປ ກໍດີກວ່າພົບຄົນໂງ່ຈ້າທີ່ອັບປັນຍາ.
ຄວາມເດືອດຮ້ອນທີ່ຄົນໂງ່ຈ້າກໍ່ຂຶ້ນ ແມ່ນໜັກກວ່າຫີນແລະດິນຊາຍ.
ຄົນທີ່ໂມໂຫງ່າຍ ກໍ່ໃຫ້ເກີດຜິດຖຽງກັນ ແລະນຳຄວາມເດືອດຮ້ອນມາໃຫ້.
ຫົວໜ້າຂ້າຣາຊການໄດ້ໃສ່ຊື່ໃໝ່ໃຫ້ພວກເຂົາດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະອາເບັດເນໂກ.
ຍ້ອນຄຳເວົ້ານັ້ນກະສັດຈຶ່ງຮ້າຍໃຫຍ່ ແລະສັ່ງໃຫ້ປະຫານຊີວິດພວກທີ່ປຶກສາ ປະຈຳກະສັດໃນນະຄອນບາບີໂລນ.
ແລ້ວເຈົ້າເນບູກາດເນັດຊາກໍໂກດຮ້າຍຊັດຣາກ, ເມຊາກ ແລະອາເບັດເນໂກຢ່າງສຸດຂີດຈົນໜ້າດຳຕາແດງ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນຂອງຕົນ ໄປດັງໄຟໃນເຕົາໃຫ້ຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ.
ພວກເຈົ້າຈະຖືກລາກດຶງນຳຕົວຂຶ້ນໄປຢູ່ຕໍ່ໜ້າບັນດາຜູ້ມີອຳນາດ ແລະບັນດາກະສັດ ເພາະເຫັນແກ່ເຮົາ ເພື່ອຈະບອກຂ່າວປະເສີດແກ່ພວກເຂົາ ແລະແກ່ຄົນທີ່ບໍ່ເຊື່ອເໝືອນກັນ.
ແຕ່ຈົ່ງລະວັງຕົວໃຫ້ດີ ພວກເຂົາຈະຈັບພວກເຈົ້າຂຶ້ນສານ ແລະຈະຖືກຂ້ຽນຕີໃນທຳມະສາລາ, ພວກເຂົາຈະໃຫ້ພວກເຈົ້າຢືນຢູ່ຕໍ່ໜ້າຜູ້ປົກຄອງ ແລະກະສັດເພາະເຫັນແກ່ເຮົາ ເພື່ອຈະໄດ້ເປັນພະຍານແກ່ພວກເຂົາ.
ແຕ່ກ່ອນເຫດການທັງໝົດເຫຼົ່ານີ້ຈະເກີດຂຶ້ນ ພວກເຈົ້າຈະຖືກຈັບ ແລະຖືກຂົ່ມເຫັງ, ພວກເຈົ້າຈະຖືກມອບໄວ້ໃນທຳມະສາລາຖືກຕັດສິນ ແລະຖືກຂັງຄຸກ ພວກເຈົ້າຈະຖືກນຳຂຶ້ນໄປຕໍ່ໜ້າກະສັດ ແລະຜູ້ປົກຄອງ ເພາະເຫັນແກ່ນາມຊື່ຂອງເຮົາ.
ຝ່າຍຄົນເຫຼົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ.
ຫລາຍວັນຕໍ່ມາ ເຟລິກກໍມາກັບດູຊີນລາ ເມຍຂອງຕົນຜູ້ເປັນຄົນຢິວ, ເພິ່ນໄດ້ໃຊ້ຄົນໄປນຳເອົາໂປໂລ ເພື່ອຈະຟັງໂປໂລເວົ້າເລື່ອງຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ.