Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:12 - ພຣະຄຳພີສັກສິ

12 ແຕ່​ມີ​ຊາວຢິວ​ບາງຄົນ ທີ່​ທ່ານ​ໄດ້​ແຕ່ງຕັ້ງ​ໃຫ້​ຮັບ​ຣາຊການ​ໃນ​ແຂວງ​ບາບີໂລນ ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພະຣາຊາ; ພວກ​ນັ້ນ​ແມ່ນ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ. ພວກເຂົາ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ຫລື​ກົ້ມຂາບ​ຕໍ່​ຮູບພະ​ທີ່​ທ່ານ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.”

Uka jalj uñjjattʼäta Copia luraña




ດານີເອນ 3:12
15 Jak'a apnaqawi uñst'ayäwi  

ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.


ຄວາມ​ໂກດຮ້າຍ​ຄື​ການ​ຫ້ຽມໂຫດ​ແລະ​ການ​ທຳລາຍ, ແຕ່​ຄວາມ​ອິດສາ​ບໍ່ມີ​ຫຍັງ​ປຽບປານ​ເທົ່າ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.


ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.


ຕາມ​ຄຳ​ຮ້ອງຂໍ​ຂອງ​ດານີເອນ ກະສັດ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ໃຫ້​ຮັບ​ຣາຊການ​ຢູ່​ໃນ​ແຂວງ​ບາບີໂລນ, ແຕ່​ດານີເອນ​ຍັງ​ໄດ້​ຮັບ​ຕຳແໜ່ງ​ຢູ່​ໃນ​ຣາຊສຳນັກ​ຕໍ່ໄປ.


ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ​ນັ້ນ ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ.


ຊັດຣາກ, ເມຊາກ, ອາເບັດເນໂກ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ພວກ​ຂ້ານ້ອຍ​ຈະ​ບໍ່​ຂໍ​ກ່າວ​ປ້ອງກັນ​ຕົວ​ເລີຍ.


ບັດນີ້ ເຮົາ​ຂໍ​ອອກ​ຄຳສັ່ງ​ວ່າ ຖ້າ​ຄົນໃດ​ຄົນໜຶ່ງ​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ, ໃນ​ເຊື້ອຊາດ ຫລື​ໃນ​ພາສາ​ໃດ ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ; ຄົນນັ້ນ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ​ເຮືອນ​ຂອງ​ລາວ​ກໍ​ຈະ​ຖືກ​ທຳລາຍ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ. ບໍ່ມີ​ພະ​ອື່ນ​ໃດ​ທີ່​ສາມາດ​ຊ່ວຍກູ້​ເອົາ​ໄດ້​ຢ່າງ​ນີ້.”


ແລ້ວ​ກະສັດ​ກໍໄດ້​ເລື່ອນຊັ້ນ​ແກ່​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ໃຫ້​ມີ​ຕຳແໜ່ງ​ສູງ​ໃນ​ແຂວງ​ບາບີໂລນ.


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກະສັດ​ວ່າ, “ດານີເອນ​ຜູ້​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ ລາວ​ບໍ່ໄດ້​ເຄົາຣົບ​ນັບຖື​ພະຣາຊາ ຫລື​ເຊື່ອຟັງ​ຄຳສັ່ງ​ທີ່​ທ່ານ​ໄດ້​ປະກາດ​ອອກ​ໄປ​ນັ້ນ. ລາວ​ໄດ້​ພາວັນນາ​ອະທິຖານ​ເປັນ​ປະຈຳ ວັນລະ​ສາມ​ເທື່ອ.”


ເມື່ອ​ກະສັດ​ໄດ້ຍິນ​ດັ່ງນີ້ ເພິ່ນ​ກໍ​ເປັນທຸກໃຈ ແລະ​ຄິດຫາ​ຊ່ອງທາງ​ຊ່ວຍເຫລືອ​ດານີເອນ. ເພິ່ນ​ຄິດຫາ​ຊ່ອງທາງ​ຢູ່​ຈົນ​ຕາເວັນ​ຕົກ​ດິນ.


ແລະ​ຢາຊົນ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງຕົນ, ພວກເຂົາ​ຝ່າຝືນ​ກົດໝາຍ​ຂອງ​ຈັກກະພັດ​ໂດຍ​ເວົ້າ​ວ່າ, ມີ​ກະສັດ​ອົງ​ອື່ນ​ອີກ​ຊື່​ວ່າ ເຢຊູ.”


“ພວກເຮົາ​ສັ່ງ​ຫ້າມ​ພວກເຈົ້າ​ຢ່າງ​ເຄັ່ງຄັດ​ແລ້ວ ບໍ່​ໃຫ້​ສັ່ງສອນ​ໃນ​ນາມ​ຂອງ​ຊາຍ​ຄົນ​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ຂອງ​ພວກເຈົ້າ​ແຜ່​ອອກ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ປາຖະໜາ​ໃຫ້​ຄວາມຜິດ​ກ່ຽວກັບ​ຄວາມ​ຕາຍ​ຂອງ​ຜູ້ນັ້ນ ຕົກ​ໃສ່​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka