Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:11 - ພຣະຄຳພີສັກສິ

11 ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ​ນັ້ນ ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ.

Uka jalj uñjjattʼäta Copia luraña




ດານີເອນ 3:11
6 Jak'a apnaqawi uñst'ayäwi  

ພະຣາຊາ​ໄດ້​ອອກ​ຄຳສັ່ງ​ວ່າ ພໍ​ສຽງ​ດົນຕຼີ​ເລີ່ມ​ດັງ​ຂຶ້ນ ທຸກໆ​ຄົນ​ຈະ​ຕ້ອງ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ


ແຕ່​ມີ​ຊາວຢິວ​ບາງຄົນ ທີ່​ທ່ານ​ໄດ້​ແຕ່ງຕັ້ງ​ໃຫ້​ຮັບ​ຣາຊການ​ໃນ​ແຂວງ​ບາບີໂລນ ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພະຣາຊາ; ພວກ​ນັ້ນ​ແມ່ນ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ. ພວກເຂົາ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ຫລື​ກົ້ມຂາບ​ຕໍ່​ຮູບພະ​ທີ່​ທ່ານ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.”


ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ​ຂາບ ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ.”


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກະສັດ​ວ່າ, “ດານີເອນ​ຜູ້​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ ລາວ​ບໍ່ໄດ້​ເຄົາຣົບ​ນັບຖື​ພະຣາຊາ ຫລື​ເຊື່ອຟັງ​ຄຳສັ່ງ​ທີ່​ທ່ານ​ໄດ້​ປະກາດ​ອອກ​ໄປ​ນັ້ນ. ລາວ​ໄດ້​ພາວັນນາ​ອະທິຖານ​ເປັນ​ປະຈຳ ວັນລະ​ສາມ​ເທື່ອ.”


ພວກ​ຂ້ານ້ອຍ​ທັງໝົດ​ຜູ້​ບໍລິຫານ​ອານາຈັກ​ຂອງທ່ານ ຄື​ຜູ້​ກວດກາ​ຣາຊການ​ແຜ່ນດິນ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຄົນອື່ນໆ​ໄດ້​ຕົກລົງ​ກັນ​ເຫັນດີ​ວ່າ ພະຣາຊາ​ສົມຄວນ​ຈະ​ອອກ​ຄຳສັ່ງ​ຢ່າງ​ໜຶ່ງ ແລະ​ໃຫ້​ທຸກຄົນ​ເຮັດ​ຕາມ​ຢ່າງ​ເຂັ້ມງວດ. ໃຫ້​ອອກ​ຄຳສັ່ງ​ວ່າ​ໃນ​ສາມສິບ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ທັງ​ສິ້ນ ເວັ້ນໄວ້​ແຕ່​ຂໍ​ຈາກ​ພະຣາຊາ​ເທົ່ານັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຝ່າຝືນ​ຄຳສັ່ງ​ນີ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.


“ເມື່ອ​ພວກ​ຂ້ານ້ອຍ​ໄດ້​ໄປ​ທີ່​ຄຸກ ກໍ​ເຫັນ​ປະຕູ​ຄຸກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ຄົນເຝົ້າຍາມ​ທຸກຄົນ​ກໍ​ຢືນ​ຍາມ​ທີ່​ປະຕູ​ນັ້ນ, ແຕ່​ເມື່ອ​ພວກ​ຂ້ານ້ອຍ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ ກໍ​ບໍ່​ເຫັນ​ຜູ້ໃດ​ຈັກ​ຄົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka