Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 3:10 - ພຣະຄຳພີສັກສິ

10 ພະຣາຊາ​ໄດ້​ອອກ​ຄຳສັ່ງ​ວ່າ ພໍ​ສຽງ​ດົນຕຼີ​ເລີ່ມ​ດັງ​ຂຶ້ນ ທຸກໆ​ຄົນ​ຈະ​ຕ້ອງ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ

Uka jalj uñjjattʼäta Copia luraña




ດານີເອນ 3:10
24 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ສັ່ງ​ບັນດາ​ຜູ້ນຳ​ໃຫ້​ມອບໝາຍ​ໜ້າທີ່​ແກ່​ພວກ​ເລວີ ເພື່ອ​ຮ້ອງລຳ​ທຳເພງ​ແລະ​ບັນເລງ​ດົນຕຼີ​ຢ່າງ​ມ່ວນຊື່ນ ຄື​ດີດພິນ​ແລະ​ຕົບແສ່ງ​ໄປ​ພ້ອມ.


ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.


ກະສັດ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ກະສັດ​ດາວິດ​ໂດຍ​ຜ່ານ​ທາງ​ກາດ ຜູ້ທຳນວາຍ​ຂອງ​ກະສັດ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ນາທານ; ເພິ່ນ​ໄດ້​ໃຫ້​ຊາວ​ເລວີ​ປະຈຳ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໂດຍ​ໃຫ້​ມີ​ພິນ​ແລະ​ມີ​ແສ່ງ


ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.


“ເມື່ອ​ພວກເຈົ້າ​ໄປ​ຊ່ວຍ​ເອົາ​ລູກ​ອອກ​ໃຫ້​ຍິງ​ຊາວ​ເຮັບເຣີ ຖ້າ​ເດັກນ້ອຍ​ເປັນ​ຜູ້ຊາຍ​ໃຫ້​ຂ້າ​ຖິ້ມ, ແຕ່​ຖ້າ​ເດັກນ້ອຍ​ເປັນ​ຜູ້ຍິງ​ໃຫ້​ປະ​ໄວ້.”


ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”


ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເຮັດ​ກົດໝາຍ​ອັນ​ບໍ່​ຍຸດຕິທຳ​ເພື່ອ​ກົດຂີ່​ປະຊາຊົນ​ຂອງເຮົາ.


ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ​ນັ້ນ ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ.


ແຕ່​ບັດນີ້ ພໍ​ພວກເຈົ້າ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່, ສຽງ​ພິນນ້ອຍ ແລະ​ສຽງດົນຕຼີ​ອື່ນໆ​ດັງ​ຂຶ້ນ ໃຫ້​ພາກັນ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ນັ້ນ. ຖ້າ​ພວກເຈົ້າ​ບໍ່​ຂາບໄຫວ້ ພວກເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາໄຟ​ອັນ​ຮ້ອນ​ທັນທີ. ພວກເຈົ້າ​ຄິດວ່າ ຈະ​ມີ​ພະ​ອົງໃດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນບໍ?”


ພວກເຂົາ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ຟ້ອງ​ດານີເອນ​ວ່າ, “ຂ້າແດ່​ພະຣາຊາ ທ່ານ​ໄດ້​ເຊັນ​ຊື່​ລົງ​ໃນ​ໜັງສື​ຄຳສັ່ງ​ແລ້ວ​ວ່າ​ໃນ​ລະຫວ່າງ​ສາມສິບ​ວັນ​ຕໍ່ໄປ ຖ້າ​ບຸກຄົນ​ໜຶ່ງ​ຄົນໃດ ພາວັນນາ​ອະທິຖານ​ຂໍ​ສິ່ງໜຶ່ງ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ ບຸກຄົນ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.” ກະສັດ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ເປັນ​ຄຳສັ່ງ​ທີ່​ເດັດຂາດ ເປັນ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ຊຶ່ງ​ຖືກ​ປ່ຽນແປງ​ບໍ່ໄດ້.”


ພວກເຈົ້າ​ມັກ​ແຕ່ງ​ເພງ​ດັ່ງ​ດາວິດ​ໄດ້​ແຕ່ງ ແລະ​ມັກ​ດີດ​ກິດຕາ​ບັນເລງ​ເພງ​ນັ້ນ​ໄປ​ພ້ອມ.


ຝ່າຍ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ກໍ​ອອກ​ຄຳສັ່ງ​ໄວ້​ວ່າ ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃສ ໃຫ້​ມາ​ລາຍງານ​ພວກ​ຕົນ​ເພື່ອ​ຈະ​ໄປ​ຈັບ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka