7 ພວກເຂົາໄດ້ຕອບກະສັດອີກວ່າ, “ຖ້າພະຣາຊາເລົ່າຄວາມຝັນໃຫ້ພວກຂ້ານ້ອຍຮູ້ ພວກຂ້ານ້ອຍກໍຈະແກ້ຄວາມຝັນນັ້ນໄດ້.”
ຖ້າຜູ້ເປັນນາຍຂອງເຈົ້າໃຈຮ້າຍໃຫ້ເຈົ້າ ຢ່າສູ່ຟ້າວຍື່ນໃບລາອອກ ຖ້າເຈົ້າມິດງຽບເສີຍຢູ່ ຄວາມຜິດພາດອັນໃຫຍ່ຫລວງອາດຈະໄດ້ຮັບການອະໄພໃຫ້ກໍໄດ້.
ພວກເຂົາໄດ້ຕອບກະສັດເປັນພາສາອາຣາມິກວ່າ, “ຂໍໃຫ້ພະຣາຊາຂອງພວກຂ້ານ້ອຍ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຂໍເລົ່າຄວາມຝັນໃຫ້ພວກຂ້ານ້ອຍຟັງເບິ່ງດູ ແລະພວກຂ້ານ້ອຍກໍຈະແກ້ຄວາມຝັນນັ້ນໃຫ້.”
ພໍໄດ້ຍິນດັ່ງນັ້ນ ກະສັດຈຶ່ງຮ້ອງຂຶ້ນວ່າ, “ເຮົາຄິດແລ້ວວ່າ ພວກເຈົ້າກຳລັງຫາທາງຖ່ວງເວລາໄວ້ ຍ້ອນຮູ້ວ່າເຮົາໄດ້ຕັດສິນໃຈ
ທີ່ຈະລົງໂທດພວກເຈົ້າຢ່າງດຽວກັນ ຖ້າບໍ່ບອກຄວາມຝັນໃຫ້ເຮົາຮູ້ຈັກ. ພວກເຈົ້າຕົກລົງກັນຕົວະເຮົາ ໂດຍຫວັງວ່າສິ່ງຕ່າງໆຈະປ່ຽນໄປຕາມກາລະເວລາ. ຈົ່ງເລົ່າຄວາມຝັນໃຫ້ເຮົາຮູ້ສາ ແລ້ວເຮົາກໍຈະຮູ້ວ່າພວກເຈົ້າແກ້ຄວາມຝັນນັ້ນໄດ້.”
ແລ້ວພວກໝໍທັງໝົດຄື: ໝໍມໍ, ໝໍມົນ, ໝໍຜີ ແລະໝໍໂຫນ ກໍໄດ້ເຂົ້າມາພົບເຮົາ; ເຮົາໄດ້ເລົ່າຄວາມຝັນໃຫ້ພວກເຂົາຮູ້, ແຕ່ພວກເຂົາບໍ່ສາມາດແກ້ໄດ້.