Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 2:6 - ພຣະຄຳພີສັກສິ

6 ແຕ່​ຖ້າ​ພວກເຈົ້າ​ບອກ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້ ເຮົາ​ຈະ​ໃຫ້​ບຳເໜັດ​ແລະ​ກຽດຕິຍົດ​ອັນ​ຍິ່ງໃຫຍ່​ແກ່​ພວກເຈົ້າ. ດັ່ງນັ້ນ ຈົ່ງ​ບອກ​ຄວາມຝັນ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໃນ​ບັດນີ້.”

Uka jalj uñjjattʼäta Copia luraña




ດານີເອນ 2:6
8 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.


ແລ້ວ​ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ນຳ​ເອົາ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ມາ​ນຸ່ງ​ໃຫ້​ດານີເອນ​ໃນທັນທີ ແລະ​ຄ້ອງ​ຄໍ​ສາຍ​ສ້ອຍ​ກຽດຕິຍົດ​ໃຫ້​ລາວ. ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ຢ່າງ​ຫລວງຫລາຍ ແລະ​ຈະ​ເຮັດ​ສິ່ງໃດໆ​ກໍໄດ້​ຕາມ​ທີ່​ທ່ານ​ກ່າວ. ກະລຸນາ​ມາ​ສາບແຊ່ງ​ພວກ​ເຫຼົ່ານີ້​ໃຫ້​ເຮົາ​ແດ່ທ້ອນ.”


ເຈົ້າ​ບາຫລາກ​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ມາ ເມື່ອ​ເຮົາ​ໃຊ້​ຄົນ​ໄປ​ເຊີນ​ເຈົ້າ​ເທື່ອ​ທຳອິດ? ເຈົ້າ​ຄິດ​ວ່າ, ເຮົາ​ບໍ່​ສາມາດ​ໃຫ້​ຂອງ​ບັນນາການ​ແກ່​ເຈົ້າ​ພຽງພໍ​ຊັ້ນບໍ?”


ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ແລະ​ຂອງ​ຊາວ​ມີດີອານ ຈຶ່ງ​ອອກ​ເດີນທາງ​ໄປ​ຫາ​ບາລາອາມ ພ້ອມ​ທັງ​ນຳ​ເງິນ​ຄ່າ​ພິທີ​ສາບແຊ່ງ​ໄປ​ນຳ​ດ້ວຍ ແລະ​ບອກ​ຄຳເວົ້າ​ຂອງ​ເຈົ້າ​ບາຫລາກ​ໃຫ້​ແກ່​ເພິ່ນ.


ບັດນີ້ ກັບ​ເມືອ​ເຮືອນ​ສາ ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ ແຕ່​ພຣະເຈົ້າຢາເວ​ບໍ່​ເຫັນດີ​ໃຫ້​ເຈົ້າ​ຮັບ​ບຳເໜັດ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka