ດານີເອນ 2:44 - ພຣະຄຳພີສັກສິ44 ໃນສະໄໝທີ່ກະສັດເຫຼົ່ານັ້ນປົກຄອງ ພຣະເຈົ້າແຫ່ງສະຫວັນຈະຕັ້ງອານາຈັກໜຶ່ງຂຶ້ນ ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ. ອານາຈັກນີ້ຈະບໍ່ຖືກຕີໃຫ້ພ່າຍແພ້ຈັກເທື່ອ, ແຕ່ຈະທຳລາຍອານາຈັກອື່ນໆໃຫ້ໝົດສິ້ນໄປ ແລ້ວກໍຈະຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ. Uka jalj uñjjattʼäta |
ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ.
ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງຕະຫລອດໄປ ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.