Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 2:41 - ພຣະຄຳພີສັກສິ

41 ທ່ານ​ຍັງ​ເຫັນ​ອີກ​ວ່າ ຕີນ​ແລະ​ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ດິນ​ໜຽວ ແລະ​ອີກ​ສ່ວນ​ໜຶ່ງ​ເປັນ​ເຫຼັກ. ນີ້​ໝາຍຄວາມວ່າ​ຈະ​ເປັນ​ອານາຈັກ​ທີ່​ແຕກແຍກ. ມັນ​ຈະ​ມີ​ຄວາມແຂງ​ຂອງ​ເຫຼັກ​ປົນ​ຢູ່ ເພາະ​ມີ​ເຫຼັກ​ປະສົມ​ຢູ່​ກັບ​ດິນ​ໜຽວ.

Uka jalj uñjjattʼäta Copia luraña




ດານີເອນ 2:41
8 Jak'a apnaqawi uñst'ayäwi  

ແລ້ວ​ຈະ​ມີ​ອານາຈັກ​ທີ​ສີ່ ເປັນ​ອານາຈັກ​ທີ່​ມີ​ອຳນາດ ແລະ​ແຂງ​ດັ່ງ​ເຫຼັກ ຊຶ່ງ​ສາມາດ​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້. ເຫຼັກ​ນີ້​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້​ສັນໃດ ອານາຈັກ​ນີ້​ກໍ​ຈະ​ຕີ​ອານາຈັກ​ທັງຫລາຍ​ທີ່​ເກີດຂຶ້ນ​ມາ​ກ່ອນ ໃຫ້​ແຕກ​ໝຸ່ນ​ທະລາຍ​ໄປ​ໄດ້​ສັນນັ້ນ.


ນີ້ວຕີນ​ສ່ວນ​ໜຶ່ງ​ເປັນ​ເຫຼັກ ແລະ​ສ່ວນ​ໜຶ່ງ​ອີກ​ເປັນ​ດິນ​ໜຽວ​ນັ້ນ ໝາຍຄວາມວ່າ​ອານາຈັກ​ຈະ​ມີ​ບາງສ່ວນ​ທີ່​ແຂງແຮງ ແລະ​ບາງສ່ວນ​ທີ່​ອ່ອນແອ.


ສິບ​ເຂົາ​ນັ້ນ​ແມ່ນ​ກະສັດ​ສິບ​ຄົນ​ທີ່​ຈະ​ປົກຄອງ​ຈັກກະພົບ​ນັ້ນ. ແລ້ວ​ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ​ປາກົດ​ຕົວ​ຂຶ້ນ; ກະສັດ​ຄົນ​ນີ້​ຈະ​ແຕກຕ່າງ​ຈາກ​ກະສັດ​ຄົນ​ກ່ອນ​ຫລາຍ ແລະ​ເພິ່ນ​ຈະ​ໂຄ່ນລົ້ມ​ກະສັດ​ສາມ​ຄົນ​ນັ້ນ​ເສຍ.


ໃນ​ຂະນະທີ່ ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ໂຕ​ທີ​ສີ່​ປາກົດ​ຂຶ້ນ​ມາ. ມັນ​ມີ​ອຳນາດ​ຫລາຍ​ທັງ​ເປັນ​ຕາຢ້ານ ແລະ​ຮ້າຍກາດ. ດ້ວຍ​ແຂ້ວ​ເຫຼັກ​ຂະໜາດ​ໃຫຍ່​ນັ້ນ ມັນ​ໄດ້​ຫຍໍ້າ​ກິນ​ສິ່ງ​ທີ່​ເປັນ​ເຫຍື່ອ​ຂອງ​ມັນ ແລະ​ທັງ​ຢຽບຢໍ່າ​ຖິ້ມ. ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເໝືອນ​ກັບ​ສັດ​ອື່ນໆ.


ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.


ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ແກ່​ກະສັດ​ສິບ​ອົງ ທີ່​ຍັງ​ບໍ່ໄດ້​ສະເຫວີຍ​ຣາຊສົມບັດ ແຕ່​ຈະ​ໄດ້​ຮັບ​ອຳນາດ​ເໝືອນ​ກະສັດ​ດ້ວຍ​ກັນ​ກັບ​ສັດຮ້າຍ​ນັ້ນ​ໜຶ່ງ​ຊົ່ວໂມງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka