ດານີເອນ 2:4 - ພຣະຄຳພີສັກສິ4 ພວກເຂົາໄດ້ຕອບກະສັດເປັນພາສາອາຣາມິກວ່າ, “ຂໍໃຫ້ພະຣາຊາຂອງພວກຂ້ານ້ອຍ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຂໍເລົ່າຄວາມຝັນໃຫ້ພວກຂ້ານ້ອຍຟັງເບິ່ງດູ ແລະພວກຂ້ານ້ອຍກໍຈະແກ້ຄວາມຝັນນັ້ນໃຫ້.” Uka jalj uñjjattʼäta |
ແລ້ວດານີເອນ (ຜູ້ມີຊື່ໜຶ່ງອີກວ່າເບັນເຕຊັດຊາເຣ) ກໍອຸກໃຈຈົນເວົ້າຢ່າງໃດບໍ່ໄດ້. ກະສັດໄດ້ກ່າວຕໍ່ລາວວ່າ, “ເບັນເຕຊັດຊາເຣເອີຍ ຢ່າໃຫ້ຄວາມຝັນ ແລະສິ່ງທີ່ຈະເກີດຂຶ້ນນັ້ນ ເຮັດໃຫ້ເຈົ້າຕົກໃຈເລີຍ.” ເບັນເຕຊັດຊາເຣໄດ້ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຢາກໃຫ້ຄວາມຝັນ ແລະຄຳແກ້ຄວາມຝັນນັ້ນຕົກຖືກພວກສັດຕູຂອງທ່ານ ແທນທີ່ຈະຕົກຖືກທ່ານເອງ.
ພວກຂ້ານ້ອຍທັງໝົດຜູ້ບໍລິຫານອານາຈັກຂອງທ່ານ ຄືຜູ້ກວດກາຣາຊການແຜ່ນດິນ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຄົນອື່ນໆໄດ້ຕົກລົງກັນເຫັນດີວ່າ ພະຣາຊາສົມຄວນຈະອອກຄຳສັ່ງຢ່າງໜຶ່ງ ແລະໃຫ້ທຸກຄົນເຮັດຕາມຢ່າງເຂັ້ມງວດ. ໃຫ້ອອກຄຳສັ່ງວ່າໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາອະທິຖານຂໍສິ່ງໃດຈາກພຣະ ຫລືຄົນໃດໆທັງສິ້ນ ເວັ້ນໄວ້ແຕ່ຂໍຈາກພະຣາຊາເທົ່ານັ້ນ. ຜູ້ໃດຜູ້ໜຶ່ງທີ່ຝ່າຝືນຄຳສັ່ງນີ້ຈະຖືກໂຍນເຂົ້າໄປໃນຖໍ້າສິງ.