Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 2:25 - ພຣະຄຳພີສັກສິ

25 ແລ້ວ​ອາຣີໂອກ​ກໍ​ຟ້າວ​ນຳ​ຕົວ​ດານີເອນ​ເຂົ້າ​ໄປ​ພົບ​ກະສັດ​ເນບູ​ກາດເນັດຊາ ແລະ​ບອກ​ເພິ່ນ​ວ່າ, “ຂ້ານ້ອຍ​ພົບ​ຜູ້ໜຶ່ງ​ໃນ​ໝູ່​ພວກ​ຊາວຢິວ​ພັດຖິ່ນ ທີ່​ແກ້​ຄວາມຝັນ​ໃຫ້​ແກ່​ພະຣາຊາ​ໄດ້.”

Uka jalj uñjjattʼäta Copia luraña




ດານີເອນ 2:25
8 Jak'a apnaqawi uñst'ayäwi  

ກະສັດ​ຈຶ່ງ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ໂຢເຊັບ​ມາ ແລະ​ເຂົາ​ໄດ້​ນຳ​ລາວ​ອອກ​ຈາກ​ຄຸກ​ທັນທີ. ຫລັງຈາກ​ແຖ​ໜວດ ແລະ​ປ່ຽນ​ເຄື່ອງນຸ່ງ​ແລ້ວ ເຂົາ​ໄດ້​ນຳ​ໂຢເຊັບ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ຟາໂຣ.


ມີ​ຊະເລີຍ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ ແລະ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ກັບຄືນ​ໄປ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່​ຕ່າງຖິ່ນ​ທີ່​ນະຄອນ​ບາບີໂລນ ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ.


ຢ່າ​ລັ່ງເລ​ໃຈ​ທີ່​ຈະ​ຊ່ວຍ​ຄົນ​ກຳລັງ​ຈະ​ຖືກ​ປະຫານ​ຊີວິດ​ຢ່າງ​ບໍ່​ຍຸດຕິທຳ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ໃນ​ບັນດາ​ຜູ້​ທີ່​ຖືກ​ຄັດເລືອກ​ເອົາ​ເຫຼົ່ານີ້ ມີ​ຊາວ​ຢູດາຍ​ລວມ​ຢູ່​ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.


ດານີເອນ​ຖືກ​ນຳ​ຕົວ​ເຂົ້າ​ມາ​ຫາ​ກະສັດ​ໃນທັນທີ ແລະ​ກະສັດ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ແມ່ນ​ດານີເອນ ຊາວຢິວ​ພັດຖິ່ນ​ທີ່​ພໍ່​ຂອງເຮົາ ຜູ້​ເປັນ​ກະສັດ​ໄດ້​ນຳ​ມາ​ຈາກ​ຢູດາຍ?


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກະສັດ​ວ່າ, “ດານີເອນ​ຜູ້​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ ລາວ​ບໍ່ໄດ້​ເຄົາຣົບ​ນັບຖື​ພະຣາຊາ ຫລື​ເຊື່ອຟັງ​ຄຳສັ່ງ​ທີ່​ທ່ານ​ໄດ້​ປະກາດ​ອອກ​ໄປ​ນັ້ນ. ລາວ​ໄດ້​ພາວັນນາ​ອະທິຖານ​ເປັນ​ປະຈຳ ວັນລະ​ສາມ​ເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka