Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 2:23 - ພຣະຄຳພີສັກສິ

23 ຂ້າແດ່​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ສັນລະເສີນ​ແລະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ. ພຣະອົງ​ໄດ້​ປະທານ​ໃຫ້​ຂ້ານ້ອຍ​ມີ​ປັນຍາ ພ້ອມທັງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ດ້ວຍ; ພຣະອົງ​ຕອບ​ສິ່ງ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ ບອກ​ຄຳຕອບ​ແກ່​ພວກ​ຂ້ານ້ອຍ​ໃຫ້​ກະສັດ​ໄດ້​ຮູ້.”

Uka jalj uñjjattʼäta Copia luraña




ດານີເອນ 2:23
33 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປິດບັງ​ອັບຣາຮາມ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ​ນີ້.


ຖ້າ​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງຂ້ອຍ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ​ແລະ​ອີຊາກ ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ; ປານ​ນີ້​ເຈົ້າ​ຄົງ​ໄລ່​ຂ້ອຍ​ໜີໄປ​ມື​ເປົ່າ​ແລ້ວ. ແຕ່​ພຣະເຈົ້າ​ເຫັນ​ຄວາມ​ທຸກ​ລຳບາກ​ຂອງຂ້ອຍ ທັງ​ຮູ້ຈັກ​ວຽກງານ​ທີ່​ຂ້ອຍ​ໄດ້​ເຮັດ ແລະ​ໃນ​ຄືນ​ວານ​ນີ້ ພຣະອົງ​ຈຶ່ງ​ຕັດສິນ​ຄວາມ​ໃຫ້.”


ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ສະຖິດ​ຢູ່​ທ່າມກາງ​ພວກເຮົາ ດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ນັ້ນ​ເຖີດ; ຂໍ​ພຣະອົງ​ຢ່າ​ປະຖິ້ມ​ພວກເຮົາ;


ກະສັດ​ດາວິດ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຕໍ່​ໜ້າທີ່​ປະຊຸມ​ທັງຫລາຍ. ເພິ່ນ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຂໍ​ໃຫ້​ພຣະອົງ​ຈົ່ງ​ໄດ້​ຮັບ​ຄຳ​ຍົກຍໍ​ສັນລະເສີນ​ຕະຫລອດໄປ​ເທີ້ນ


ບັດນີ້ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພວກ​ຂ້ານ້ອຍ​ຂໍ​ໂມທະນາ​ຂອບພຣະຄຸນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.


ແລະ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ປົກຄອງ​ຢູ່​ເທິງ​ສະຫວັນ ເໜືອ​ບັນດາ​ປະຊາຊາດ​ທັງໝົດ​ໃນ​ໂລກ. ພຣະອົງ​ຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງ​ບໍ່ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້.


ພຣະອົງ​ໃຫ້​ເພິ່ນ​ໄດ້​ຮັບ​ຕາມໃຈ​ປາຖະໜາ ພຣະອົງ​ຕອບ​ຄຳຮ້ອງຂໍ​ຂອງ​ເພິ່ນ​ແລ້ວ.


ທ່ານ​ຂໍ​ຊີວິດ​ຈາກ​ພຣະເຈົ້າ ພຣະອົງ​ກໍ​ໂຜດ​ໃຫ້​ຕາມ​ທີ່​ໄດ້​ຂໍ​ມາ ເປັນ​ຊີວິດ​ທີ່​ຍືນຍາວ​ແລະ​ຕະຫລອດໄປ.


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ອີກ​ວ່າ, “ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໃຊ້​ຂ້ອຍ​ມາ​ຫາ​ພວກເຈົ້າ.’ ອັນນີ້ ແມ່ນ​ຊື່​ຂອງເຮົາ ແລະ​ຊື່​ນີ້​ຈະ​ບໍ່ມີ​ການ​ປ່ຽນແປງ​ຈັກເທື່ອ ທຸກ​ຊົ່ວ​ອາຍຸ​ຄົນ​ຈະ​ເອີ້ນ​ຊື່​ນີ້​ຕະຫລອດໄປ.


ນາຍພົນ​ທີ່​ສະຫລາດ​ສາມາດ​ຢຶດ​ເມືອງ​ທີ່​ມີ​ທະຫານໆ ພ້ອມ​ທັງ​ທະລຸ​ກຳແພງ​ເມືອງ​ອັນ​ເຂັ້ມແຂງ​ທີ່​ປ້ອງກັນ​ເຂົາ​ໄວ້​ນັ້ນ.


ເປັນ​ຄົນມີ​ປັນຍາ​ກໍ​ດີກວ່າ​ເປັນ​ຄົນ​ມີ​ກຳລັງ, ແມ່ນແລ້ວ ຄວາມຮູ້​ສຳຄັນ​ກວ່າ​ກຳລັງ.


ເຮົາ​ມີ​ຄຳແນະນຳ​ທີ່​ດີ ແລະ​ສະຕິປັນຍາ​ທີ່​ຖືກຕ້ອງ ເຮົາ​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ກຳລັງ​ດ້ວຍ.


ປັນຍາ​ເຮັດ​ໃຫ້​ຄົນ​ສະຫລາດ​ຜູ້ໜຶ່ງ​ມີ​ອຳນາດ​ລື່ນກວ່າ​ຜູ້ປົກຄອງ​ສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ໜຶ່ງ.


ຂ້າພະເຈົ້າ​ເຄີຍ​ເວົ້າ​ຢູ່​ສະເໝີ​ວ່າ​ປັນຍາ​ດີກວ່າ​ກຳລັງ, ແຕ່​ເມື່ອ​ຄົນມີ​ປັນຍາ​ຜູ້ໜຶ່ງ​ຍາກຈົນ ຄົນ​ກໍ​ຈະ​ດູຖູກ​ລາວ ແລະ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ລາວ.


ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.


ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.


ລາວ​ບອກ​ພວກ​ໝູ່​ໃຫ້​ພາວັນນາ​ອະທິຖານ ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ທີ່​ຢູ່​ເທິງ​ສະຫວັນ ແລະ​ຂໍ​ໃຫ້​ພຣະອົງ​ອະທິບາຍ​ເລື່ອງ​ເລິກລັບ​ນີ້​ໃຫ້​ແກ່​ພວກຕົນ ເພື່ອ​ວ່າ​ພວກຕົນ​ຈະ​ບໍ່​ຖືກ​ຂ້າ​ຮ່ວມ​ກັບ​ພວກ​ທີ່ປຶກສາ​ຄົນອື່ນໆ​ໃນ​ນະຄອນ​ບາບີໂລນ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ກື່ງ​ກ້ອນຫີນ​ອອກ ຝ່າຍ​ພຣະເຢຊູເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ທີ່​ພຣະອົງ​ຟັງ​ຂ້ານ້ອຍ.


ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນ​ຮັບໃຊ້​ອີກ​ຕໍ່ໄປ ເພາະ​ຄົນ​ຮັບໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ, ‘ມິດ​ສະຫາຍ’ ເພາະ​ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ທຸກສິ່ງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະບິດາເຈົ້າ.


ການ​ຊົງ​ສຳແດງ​ຂອງ​ພຣະເຢຊູເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ແກ່​ພຣະອົງ ເພື່ອ​ຊົງ​ຊີ້ແຈງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ຮູ້​ເຖິງ​ເຫດການ​ທັງຫລາຍ​ທີ່​ຕ້ອງ​ບັງເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະຄຣິດ​ໄດ້​ຊົງ​ໃຊ້​ເທວະດາ​ຂອງ​ພຣະອົງ ໄປ​ສຳແດງ​ໝາຍສຳຄັນ​ແກ່​ໂຢຮັນ ຜູ້ຮັບໃຊ້​ຂອງ​ພຣະອົງ.


ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka