ດານີເອນ 2:21 - ພຣະຄຳພີສັກສິ21 ພຣະອົງບັງຄັບເວລາແລະລະດູການ ພຣະອົງແຕ່ງຕັ້ງກະສັດແລະປົດກະສັດລົງ; ແມ່ນພຣະອົງທີ່ເປັນຜູ້ໂຜດປະທານ ປັນຍາແລະຄວາມເຂົ້າໃຈໃຫ້ແກ່ມະນຸດ. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
ເຈົ້າຈະຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ ເຈົ້າຈະກິນຫຍ້າເໝືອນງົວເປັນເວລາເຈັດປີ. ຈົນກວ່າເຈົ້າຈະຍອມຮັບວ່າພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກທັງຫລາຍຂອງມະນຸດ ແລະຮູ້ວ່າພຣະອົງມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.”