Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 2:19 - ພຣະຄຳພີສັກສິ

19 ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,

Uka jalj uñjjattʼäta Copia luraña




ດານີເອນ 2:19
16 Jak'a apnaqawi uñst'ayäwi  

ດັ່ງ​ຝັນ​ຮ້າຍ​ທີ່​ກຸກກວນ​ຂ້ອຍ​ຕອນ​ນອນ​ຫລັບ ຂ້ອຍ​ນອນ​ຫລັບໆ​ຕື່ນໆ​ສັບສົນ​ວຸ້ນວາຍ​ໃຈ​ຍ້ອນ.


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.


ພຣະອົງ​ເປີດເຜີຍ​ສິ່ງ​ເລິກລັບ​ທັງຫລາຍ ຮູ້​ທຸກຢ່າງ​ທຸກ​ແນວ​ທີ່​ຖືກ​ປິດບັງ​ໄວ້ ແມ່ນແຕ່​ສິ່ງ​ນີ້​ຖືກ​ປິດບັງ​ໄວ້​ໃນ​ທີ່ມືດ​ກໍຕາມ ແສງ​ແຈ້ງໃສ​ກໍ​ອ້ອມຮອບ​ພຣະອົງ​ໄວ້ທຸກ​ດ້ານ.


ການ​ທີ່​ຝູງ​ເທວະດາ​ໄດ້​ສັ່ງ​ໃຫ້​ປະ​ຕໍ​ຂອງ​ຕົ້ນໄມ້​ໄວ້​ຢູ່​ໃນ​ດິນ​ນັ້ນ ໝາຍຄວາມວ່າ​ທ່ານ​ຈະ​ໄດ້​ເປັນ​ກະສັດ​ອີກ​ເມື່ອ​ທ່ານ​ຍອມຮັບ​ວ່າ ພຣະເຈົ້າ​ເປັນ​ຜູ້ປົກຄອງ​ໂລກນີ້​ທັງໝົດ.


ເບັນເຕຊັດຊາເຣ ຫົວໜ້າ​ພວກ​ໝໍມໍ​ເອີຍ ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ຮູ້​ວ່າ​ເຈົ້າ​ເຂົ້າໃຈ​ຄວາມ​ເລິກລັບ​ທັງປວງ​ໄດ້. ນີ້​ຄື ຄວາມຝັນ​ຂອງເຮົາ. ຈົ່ງ​ບອກ​ເຮົາ​ແດ່​ວ່າ​ໝາຍເຖິງ​ຫຍັງ?


ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ຄືນ​ນັ້ນ: ໄດ້​ມີ​ລົມ​ພັດ​ມາ​ຈາກ​ທຸກ​ທິດ ຕີ​ໜ້າ​ນໍ້າ​ມະຫາສະໝຸດ​ໃຫ້​ເປັນ​ຟອງ.


ໃນ​ຂະນະທີ່ ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ໂຕ​ທີ​ສີ່​ປາກົດ​ຂຶ້ນ​ມາ. ມັນ​ມີ​ອຳນາດ​ຫລາຍ​ທັງ​ເປັນ​ຕາຢ້ານ ແລະ​ຮ້າຍກາດ. ດ້ວຍ​ແຂ້ວ​ເຫຼັກ​ຂະໜາດ​ໃຫຍ່​ນັ້ນ ມັນ​ໄດ້​ຫຍໍ້າ​ກິນ​ສິ່ງ​ທີ່​ເປັນ​ເຫຍື່ອ​ຂອງ​ມັນ ແລະ​ທັງ​ຢຽບຢໍ່າ​ຖິ້ມ. ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເໝືອນ​ກັບ​ສັດ​ອື່ນໆ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ຊາວ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ພໍໃຈ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ. ພວກເຂົາ​ບໍ່ໄດ້​ເວົ້າ​ເຖິງ​ເລື່ອງ​ອອກ​ໄປ​ເຮັດ​ເສິກ​ລ້າງຜານ​ແຜ່ນດິນ ບ່ອນ​ທີ່​ປະຊາຊົນ​ຣູເບັນ​ແລະ​ກາດ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ນັ້ນ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka