1 ເມື່ອເຈົ້າເນບູກາດເນັດຊາເປັນກະສັດໄດ້ສອງປີແລ້ວ ເພິ່ນກໍຝັນຢ່າງໜຶ່ງ. ຄວາມຝັນນີ້ເຮັດໃຫ້ເພິ່ນເປັນທຸກໃຈຈົນນອນບໍ່ຫລັບ.
ໃນຄືນນັ້ນ ກະສັດນອນບໍ່ຫລັບ ເພິ່ນຈຶ່ງໃຫ້ຂ້າຣາຊການນຳເອົາປຶ້ມບັນທຶກລາຍງານຂອງກະສັດ ມາອ່ານສູ່ຟັງ.
ໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາກະສັດແຫ່ງຢູດາຍ; ຂ້າພະເຈົ້າໄດ້ຮັບຖ້ອຍຄຳທີ່ກ່ຽວກັບປະຊາຊົນທັງໝົດຂອງຢູດາຍ. (ເລື່ອງນີ້ໄດ້ເກີດຂຶ້ນໃນປີທີໜຶ່ງ ທີ່ເນບູກາດເນັດຊາໄດ້ເປັນກະສັດແຫ່ງບາບີໂລນ.)
ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ, “ເຮົາເປັນທຸກໃຈຫລາຍຍ້ອນຝັນບໍ່ດີ. ເຮົາຢາກຮູ້ວ່າຄວາມຝັນນັ້ນໝາຍເຖິງຫຍັງ?”
ຈົ່ງຟັງເລື່ອງປະຫລາດອັດສະຈັນໃຈສຳລັບເຮົາ ທີ່ພຣະເຈົ້າອົງສູງສຸດໄດ້ໂຜດສຳແດງໃຫ້ເຮົາຮູ້.
ແຕ່ເຮົາໄດ້ຝັນຢ່າງຕື່ນຕົກໃຈ ແລະເຫັນນິມິດອັນໜ້າຢ້ານ ໃນຂະນະທີ່ເຮົານອນຫລັບຢູ່.
ຍ້ອນຄວາມກັງວົນນີ້ ກະສັດເບັນຊັດຊາເຣແຮ່ງໜ້າຊີດເຂົ້າອີກ; ສ່ວນພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງເພິ່ນກໍບໍ່ຮູ້ວ່າຈະພາກັນເຮັດຢ່າງໃດ.
ແລ້ວກະສັດກໍກັບຄືນເມືອວັງຂອງຕົນ ແລະນອນບໍ່ຫລັບທັງຄືນ ທັງບໍ່ໄດ້ກິນອາຫານຫລືບໍ່ໃຫ້ມີການມ່ວນຊື່ນລື້ນເລີງໃດໆ.
ໃນປີທຳອິດແຫ່ງຣາຊການຂອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ຂ້າພະເຈົ້າໄດ້ຝັນ ແລະເຫັນນິມິດໃນເວລາກາງຄືນ. ສະນັ້ນ ຂ້າພະເຈົ້າຈຶ່ງບັນທຶກຄວາມຝັນນັ້ນໄວ້ ແລະຕໍ່ໄປນີ້ແມ່ນບັນທຶກຂອງຄວາມຝັນ
ນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈ ແລະຂ້າພະເຈົ້າກໍເປັນທຸກໃຈທີ່ສຸດ.