ດານີເອນ 12:7 - ພຣະຄຳພີສັກສິ7 ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າໄດ້ຍົກມືຂວາແລະມືຊ້າຍຂອງເພິ່ນຂຶ້ນສູ່ຟ້າສະຫວັນ ແລະຂ້າພະເຈົ້າໄດ້ຍິນເພິ່ນສາບານໂດຍອົງຊົງດຳລົງຢູ່ຕະຫຼອດໄປເປັນນິດວ່າ, “ຈະເປັນເວລາສາມປີເຄິ່ງ. ເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສິ່ງທັງໝົດເຫຼົ່ານີ້ຈະຕ້ອງເກີດຂຶ້ນ.” Uka jalj uñjjattʼäta |
ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງຕະຫລອດໄປ ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.