5 ແລ້ວຂ້າພະເຈົ້າກໍໄດ້ເຫັນສອງຄົນຢືນຢູ່ແຄມແມ່ນໍ້າ ຄົນລະເບື້ອງ.
ແລ້ວມີມືໜຶ່ງໂຊມຂ້າພະເຈົ້າໃຫ້ລຸກ ໂດຍຊູຫົວເຂົ່າ ແລະມືຂອງຂ້າພະເຈົ້າຂຶ້ນ ແຕ່ຕົວກໍຍັງສັ່ນຢູ່.
ແລ້ວເທວະດາຕົນໜຶ່ງທີ່ມີຮູບຮ່າງເໝືອນມະນຸດກໍເດ່ມືອອກມາບາຍຮິມສົບຂອງຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເວົ້າກັບເພິ່ນທີ່ຢືນຢູ່ຂ້າງໜ້າວ່າ, “ນາຍເອີຍ ນິມິດນີ້ເຮັດໃຫ້ຂ້ານ້ອຍອ່ອນແຮງຫລາຍ ຈົນຂ້ານ້ອຍບໍ່ເຊົາສັ່ນເຊັນ.
ແຕ່ເຈົ້າດານີເອນເອີຍ ໃຫ້ເຈົ້າຮຳໜັງສືມ້ວນນັ້ນ ແລະຕີຕາປະທັບໃສ່ໄວ້ ຈົນເວລາແຫ່ງການສິ້ນສຸດຂອງໂລກມາເຖິງ. ໃນເວລານັ້ນ ຄົນຈຳນວນຫລວງຫລາຍຈະແລ່ນໄປແລ່ນມາ ແລະຄວາມຮູ້ຈະເພີ່ມທະວີຂື້ນ.”
ຄົນໜຶ່ງໃນສອງຄົນນີ້ ໄດ້ຖາມຜູ້ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າຂຶ້ນໄປນັ້ນວ່າ, “ຍັງອີກດົນປານໃດ ສິ່ງອັດສະຈັນເຫຼົ່ານີ້ຈະໝົດສິ້ນໄປ?”