Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 12:4 - ພຣະຄຳພີສັກສິ

4 ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”

Uka jalj uñjjattʼäta Copia luraña




ດານີເອນ 12:4
25 Jak'a apnaqawi uñst'ayäwi  

ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.


ນິມິດ​ຂອງ​ເຫດການ​ທັງໝົດ​ເຫຼົ່ານີ້​ໄດ້​ກາຍເປັນ​ດັ່ງ​ໜັງສື​ມ້ວນ ທີ່​ຖືກ​ປະທັບຕາ​ໄວ້​ສຳລັບ​ພວກເຈົ້າ. ຖ້າ​ພວກເຈົ້າ​ນຳ​ໜັງສື​ນັ້ນ ໄປ​ຫາ​ຜູ້ໃດ​ທີ່​ຮູ້ຈັກ​ອ່ານ ແລະ​ບອກ​ໃຫ້​ລາວ​ອ່ານ​ສູ່​ຟັງ ຜູ້ນັ້ນ​ກໍ​ຈະ​ເວົ້າ​ວ່າ, ຕົນ​ອ່ານ​ບໍ່ໄດ້ ເພາະ​ໄດ້​ຖືກ​ປະທັບຕາ​ໄວ້​ແລ້ວ.


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ພວກເຂົາ​ຈະ​ມືນ​ຕາ​ເບິ່ງ ແລະ​ງ່ຽງຫູ​ຟັງ​ຄຳ​ຮ້ອງທຸກ​ຕ່າງໆ​ຂອງ​ປະຊາຊົນ.


ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ແລ່ນ​ຜ່ານ​ຫົນທາງ​ເຖີດ ຈົ່ງ​ເບິ່ງ​ອ້ອມໆ​ຂ້າງ ຈົ່ງ​ສັງເກດ​ເບິ່ງເອງ​ເຖີດ ຈົ່ງ​ຄົ້ນເບິ່ງ​ບ່ອນ​ຕ່າງໆ ຕາມ​ຕະຫລາດ​ເບິ່ງດຸ ເຈົ້າ​ພົບ​ຜູ້ໜຶ່ງ​ຜູ້ໃດ​ບໍ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ສະແຫວງ​ຫາ​ຄວາມຈິງ​ຕໍ່​ພຣະເຈົ້າ? ຖ້າ​ພົບ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກໂທດ​ໃຫ້​ຄົນ​ເມືອງນີ້.


ໃນ​ປີ​ທີ​ສາມ ທີ່​ເຈົ້າ​ໄຊຣັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ​ນັ້ນ ດານີເອນ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ທາງ​ນິມິດ (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ). ຖ້ອຍຄຳ​ນັ້ນ​ເປັນ​ຄວາມຈິງ ແຕ່​ເຂົ້າໃຈ​ຍາກ​ທີ່ສຸດ. ຖ້ອຍຄຳ​ນີ້​ໄດ້​ຖືກ​ອະທິບາຍ​ໃຫ້​ລາວ​ຮູ້​ທາງ​ນິມິດ.


ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງເຈົ້າ​ໃນ​ອະນາຄົດ. ອັນ​ນີ້​ແມ່ນ​ນິມິດ​ກ່ຽວກັບ​ອະນາຄົດ.”


ພວກ​ຜູ້ນຳ​ທີ່​ມີ​ປັນຍາ​ຈະ​ແບ່ງປັນ​ຄວາມຮູ້ ໃຫ້​ແກ່​ຄົນອື່ນ​ຫລາຍ​ຄົນ, ແຕ່​ໃນ​ຊົ່ວ​ເວລາ​ໜຶ່ງ ພວກເຂົາ​ບາງຄົນ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຖືກ​ເຜົາ​ໃຫ້​ຕາຍ ບາງຄົນ​ກໍ​ຈະ​ຖືກ​ປຸ້ນ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ເມື່ອ​ເວລາ​ກຳນົດ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ໃກ້​ຈະ​ໝົດ​ແລ້ວ ກະສັດ​ແຫ່ງ​ເອຢິບ​ຈະ​ໂຈມຕີ​ລາວ. ແຕ່​ລາວ​ຈະ​ໃຊ້​ກຳລັງ​ອຳນາດ​ທັງໝົດ​ຕໍ່ສູ້​ຄືນ ຄື​ໃຊ້​ລົດຮົບ, ຝູງ​ມ້າ​ຮົບ ແລະ​ເຮືອ​ເປັນ​ຈຳນວນ​ຫລາຍ. ລາວ​ຈະ​ບຸກໂຈມຕີ​ຫລາຍ​ປະເທດ​ເໝືອນ​ນໍ້າ​ໄຫລ​ຖ້ວມ.


ດານີເອນ​ເອີຍ ເຈົ້າ​ຈົ່ງ​ສັດຊື່​ຕໍ່ໄປ​ຈົນເຖິງ​ທີ່ສຸດ. ແລ້ວ​ເຈົ້າ​ກໍ​ຈະ​ຕາຍໄປ; ແຕ່​ເຈົ້າ​ຈະ​ລຸກ​ຂຶ້ນ​ມາ​ເພື່ອ​ຮັບ​ເອົາ​ບຳເໜັດ​ຂອງເຈົ້າ​ໃນ​ເວລາ​ສິ້ນສຸດ​ໂລກ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສອງ​ຄົນ​ຢືນ​ຢູ່​ແຄມ​ແມ່ນໍ້າ ຄົນລະ​ເບື້ອງ.


ເພິ່ນ​ຕອບ​ວ່າ, “ດານີເອນ​ເອີຍ ເຈົ້າ​ຕ້ອງ​ໄປ​ດຽວນີ້ ເພາະ​ຄຳເວົ້າ​ເຫຼົ່ານີ້ ຈະ​ຖືກ​ປົກປິດ​ໄວ້​ເປັນຄວາມລັບ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ນັ້ນ​ໄດ້​ມາເຖິງ.


ຄັບຣີເອນ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ຂ້າງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ຕົກໃຈ​ຫລາຍ​ຈົນ​ລົ້ມລົງ​ກັບ​ພື້ນດິນ. ຄັບຣີເອນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຂົ້າໃຈ​ຄວາມໝາຍ​ເຖີດ. ນິມິດ​ນັ້ນ​ເປັນ​ຈຸດ​ຊີ້ບອກ​ການ​ສິ້ນສຸດ​ຂອງ​ໂລກ.”


ແລະ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສະແດງ​ຜົນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໃຫ້​ເຈົ້າ​ເຫັນວ່າ​ເປັນ​ຢ່າງໃດ. ນິມິດ​ນັ້ນ​ແມ່ນ​ກ່ຽວກັບ​ເລື່ອງ​ເວລາ​ແຫ່ງ​ການ​ສິ້ນສຸດ.


ນິມິດ​ແຫ່ງ​ການ​ຖວາຍບູຊາ​ທັງ​ເຊົ້າ​ແລະ​ແລງ ທີ່​ໄດ້​ອະທິບາຍ​ແກ່​ເຈົ້າ​ນີ້​ເປັນ​ຄວາມຈິງ. ແຕ່​ບັດນີ້ ຂໍ​ໃຫ້​ເຈົ້າ​ຮັກສາ​ນິມິດ​ນີ້​ໄວ້​ເປັນຄວາມລັບ ເພາະ​ເວລາ​ທີ່​ຈະ​ເປັນ​ຄວາມຈິງ​ຂຶ້ນ​ມາ​ນັ້ນ​ກໍ​ຍັງ​ດົນນານ​ຢູ່.”


ຂ່າວປະເສີດ​ຂອງ​ຣາຊອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ທີ່ສຸດປາຍ​ຈະ​ມາ​ເຖິງ.”


ແຕ່​ເຮົາ​ຖາມ​ວ່າ, “ພວກເຂົາ​ບໍ່ໄດ້ຍິນ​ບໍ?” ແນ່ນອນ ແທ້ຈິງ​ພວກເຂົາ​ໄດ້ຍິນ​ແລ້ວ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ສຽງ​ຂອງ​ພວກເຂົາ​ດັງ​ກ້ອງ ແຜ່​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ ຖ້ອຍຄຳ​ຂອງ​ພວກເຂົາ​ ກໍ​ເຖິງ​ທີ່ສຸດ​ແຜ່ນດິນ​ໂລກ.”


ພໍ​ສຽງ​ເຫຼົ່ານັ້ນ​ດັງ​ອອກ​ມາ ຂ້າພະເຈົ້າ​ເກືອບ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ກ່າວ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ປົກປິດ​ຖ້ອຍຄຳ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ນັ້ນ ເປັນ​ຄວາມລັບ ຢ່າ​ຂຽນ​ລົງ​ໄປ.”


ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ​ນີ້​ໄວ້​ເປັນ​ຄວາມ​ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka