3 ພວກຜູ້ທີ່ມີປັນຍາຈະຮຸ່ງເຮືອງເໝືອນດວງດາວສະຫວ່າງສະໄຫວທີ່ເທິງທ້ອງຟ້າ. ຜູ້ທີ່ສັ່ງສອນຄົນທັງຫລາຍໃຫ້ເຮັດໃນສິ່ງທີ່ຖືກຕ້ອງກໍຈະຮຸ່ງເຮືອງຕະຫລອດໄປເໝືອນດວງດາວ.
ແລະພວກເຂົາໄດ້ເຫັນໜ້າຂອງເພິ່ນສ່ອງແສງເຫລື້ອມ. ແລ້ວໂມເຊກໍເອົາຜ້າປົກໜ້າຕົນເອງໄວ້ເຊັ່ນເຄີຍ ຈົນກວ່າເພິ່ນຈະໄດ້ເຂົ້າໄປພົບພຣະເຈົ້າຢາເວອີກ.
ຄວາມຊອບທຳ ໃຫ້ມີຊີວິດສັນໃດ ຄວາມຮຸນແຮງ ກໍເອົາຊີວິດໄປສັນນັ້ນ.
ຄົນມີປັນຍາຈະໄດ້ຮັບກຽດເປັນມໍຣະດົກ, ສ່ວນຄົນໂງ່ຈ້າຈະໄດ້ຮັບແຕ່ຄວາມອັບອາຍຕື່ມຂຶ້ນ.
ທາງຂອງຄົນຊອບທຳເດີນໄປນັ້ນເປັນດັ່ງຕາເວັນຂຶ້ນໃນຍາມເຊົ້າ ໂດຍສ່ອງແສງເຫລື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ.
ແຕ່ຍ້ອນວ່າປັນຍາຈານເປັນຄົນມີປັນຍາ ເພິ່ນຈຶ່ງສືບຕໍ່ສອນຄົນເຖິງສິ່ງທີ່ຕົນໄດ້ຮູ້. ເພິ່ນໄດ້ສຶກສາສຸພາສິດແລະທົດລອງເບິ່ງຄວາມຈິງຢ່າງຖ້ວນຖີ່.
ຫລັງຈາກມີຊີວິດຢ່າງທົນທຸກທໍລະມານ ທ່ານກໍຈະມີຄວາມສຸກຊົມຊື່ນຍິນດີອີກ; ທ່ານຈະຮູ້ວ່າທ່ານບໍ່ໄດ້ທົນທຸກຢ່າງໄຮ້ຜົນ ເປັນຜູ້ຮັບໃຊ້ອຸທິດຕົນທີ່ເຮົາພໍໃຈນຳແທ້ໆ. ທ່ານຈະແບກໂທດກຳຂອງຄົນທັງຫລາຍ ເພື່ອເຫັນແກ່ທ່ານ ເຮົາຈະຍົກໂທດໃຫ້ພວກເຂົາ.
ຖ້າພວກເຂົາຮູ້ຄວາມນຶກຄິດອັນລຶກລັບຂອງເຮົາແລ້ວ ພວກເຂົາກໍຄວນປະກາດຖ້ອຍຄຳຂອງເຮົາໃຫ້ປະຊາຊົນຂອງເຮົາຟັງ ແລະນຳພາພວກເຂົາໃຫ້ປະຖິ້ມການດຳລົງຊີວິດອັນບໍ່ດີແລະຊົ່ວຊ້າ ທີ່ພວກເຂົາເຮັດຢູ່ນັ້ນ.”
ພວກຜູ້ນຳທີ່ມີປັນຍາຈະແບ່ງປັນຄວາມຮູ້ ໃຫ້ແກ່ຄົນອື່ນຫລາຍຄົນ, ແຕ່ໃນຊົ່ວເວລາໜຶ່ງ ພວກເຂົາບາງຄົນຈະຖືກຂ້າໃນສະໜາມຮົບ ແລະຖືກເຜົາໃຫ້ຕາຍ ບາງຄົນກໍຈະຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ.
ຜູ້ນຳທີ່ມີປັນຍາເຫຼົ່ານີ້ບາງຄົນຈະຖືກຂ້າ, ແຕ່ຜົນທີ່ຕາມມານັ້ນ ກໍເພື່ອປະຊາຊົນຈະໄດ້ຖືກຊຳລະລ້າງໃຫ້ບໍຣິສຸດ. ການນີ້ຈະມີສືບຕໍ່ໄປ ຈົນເຖິງເວລາແຫ່ງການສິ້ນສຸດທີ່ພຣະເຈົ້າໄດ້ກຳນົດໄວ້.
ຫລາຍຄົນຈະຖືກຊຳລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກມີປັນຍາເທົ່ານັ້ນ ທີ່ຈະເຂົ້າໃຈ.
ແລ້ວພວກທີ່ຊອບທຳ ກໍຈະຮຸ່ງເຮືອງດັ່ງດວງຕາເວັນ ໃນຣາຊອານາຈັກແຫ່ງພຣະບິດາຂອງພວກເຂົາ, ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ພຣະເຢຊູເຈົ້າຊົງຕອບພວກສາວົກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອບຸດມະນຸດນັ່ງເທິງບັນລັງອັນຮຸ່ງເຮືອງຂອງຕົນໃນໂລກໃໝ່ແລ້ວ ພວກເຈົ້າຜູ້ຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນ ເພື່ອພິພາກສາພວກອິດສະຣາເອນສິບສອງຕະກຸນເໝືອນກັນ.
“ເຫດສະນັ້ນ ແມ່ນຜູ້ໃດທີ່ເປັນຄົນຮັບໃຊ້ສັດຊື່ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບຄົນຮັບໃຊ້ຜູ້ອື່ນໆ ເພື່ອແຈກອາຫານໃຫ້ພວກເຂົາຕາມເວລາ.
ຜູ້ທີ່ກ່ຽວເຂົ້າກໍກຳລັງຮັບຄ່າຈ້າງ ແລະຮວບຮວມເອົາຜົນລະປູກໄວ້ສຳລັບຊີວິດນິຣັນດອນ ເພື່ອທັງຜູ້ຫວ່ານ ແລະຜູ້ເກັບກ່ຽວຈະຊົມຊື່ນຍິນດີນຳກັນ.
ໂຢຮັນເປັນດັ່ງໂຄມໄຟທີ່ໃຕ້ສ່ອງແສງສະຫວ່າງຢູ່ ເຈົ້າທັງຫລາຍໄດ້ຊື່ນຊົມຍິນດີກັບແສງສະຫວ່າງຂອງລາວນັ້ນພຽງຊົ່ວຄາວ.
ຄາວນັ້ນ ໃນຄຣິສຕະຈັກທີ່ເມືອງອັນຕີໂອເຂຍ ມີບາງຄົນເປັນຜູ້ທຳນວາຍ ແລະອາຈານ ຄືບາຣະນາບາ, ຊີໂມນຜູ້ທີ່ຄົນເອີ້ນວ່າ ນີເກີ, ລູກີໂອຊາວເມືອງກີເຣເນ, ມານາເອນ ຜູ້ທີ່ໄດ້ຮັບການລ້ຽງດູເຕີບໃຫຍ່ຂຶ້ນດ້ວຍກັນກັບເຮໂຣດ ຜູ້ປົກຄອງ ແລະໂຊໂລ.
ໂດຍພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກລົງເໝືອນນາຍຊ່າງຜູ້ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ, ແຕ່ທຸກຄົນ ຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ.
ຂອງພຣະຣາຊທານຂອງພຣະອົງ ກໍຄືໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້ປະກາດພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ຄູສາສະໜາ.
ເຖິງແມ່ນວ່າຂະນະນີ້ ເຈົ້າທັງຫລາຍຄວນຈະເປັນຄູໄດ້ແຕ່ດົນແລ້ວກໍດີ ແຕ່ພວກເຈົ້າກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທຳເບື້ອງຕົ້ນ ແຫ່ງພຣະທຳຂອງພຣະເຈົ້າແກ່ພວກເຈົ້າອີກ. ເຈົ້າທັງຫລາຍກັບກາຍເປັນຄົນຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.
ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ ຊົງອົດກັ້ນພຣະໄທໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນ ເໝືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດໝາຍເຖິງເຈົ້າທັງຫລາຍ ຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ເພິ່ນນັ້ນ.
ນີ້ແມ່ນຄວາມເລິກລັບຂອງດາວທັງເຈັດ ທີ່ເຈົ້າເຫັນຢູ່ໃນມືຂວາຂອງເຮົາ ແລະຄັນຕະກຽງຄຳທັງເຈັດນັ້ນ ກໍຄືດາວເຈັດດວງນັ້ນ ໄດ້ແກ່ເທວະດາແຫ່ງຄຣິສຕະຈັກທັງເຈັດ ແລະຄັນຕະກຽງຄຳເຈັດອັນ ໄດ້ແກ່ຄຣິສຕະຈັກທັງເຈັດ.”
“ຂ້າແດ່ ພຣະເຈົ້າຢາເວ ຂໍໃຫ້ເຫຼົ່າສັດຕູຂອງພຣະອົງ ຕາຍໄປດັ່ງນີ້ເທາະ ແຕ່ຂໍໃຫ້ຜູ້ເຂົ້າສະໜິດກັບພຣະອົງ ສ່ອງແຈ້ງດັ່ງຕາເວັນຂຶ້ນແດ່ທ້ອນ.” ຕໍ່ມາ ປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາສີ່ສິບປີ.