ດານີເອນ 12:10 - ພຣະຄຳພີສັກສິ10 ຫລາຍຄົນຈະຖືກຊຳລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກມີປັນຍາເທົ່ານັ້ນ ທີ່ຈະເຂົ້າໃຈ. Uka jalj uñjjattʼäta |
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’