Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 11:9 - ພຣະຄຳພີສັກສິ

9 ແລ້ວ​ກະສັດ​ແຫ່ງ​ຊີເຣຍ​ກໍ​ຈະ​ຍົກທັບ​ເຂົ້າ​ໂຈມຕີ​ປະເທດ​ເອຢິບ, ແຕ່​ຈະ​ຖືກ​ກອງທັບ​ເອຢິບ​ຕີ​ໂຕ້ຕອບ​ຈົນ​ພ່າຍແພ້​ໄປ.

Uka jalj uñjjattʼäta Copia luraña




ດານີເອນ 11:9
6 Jak'a apnaqawi uñst'ayäwi  

ບັນດາ​ລູກຊາຍ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ຈະ​ຕຽມ​ສູ້ຮົບ ແລະ​ຈະ​ລວບລວມ​ກອງທັບ​ໄວ້​ເປັນ​ຈຳນວນ​ຫລວງຫລາຍ. ຄົນ​ໜຶ່ງ​ໃນ​ພວກເຂົາ​ຈະ​ຕີ​ຊະນະ​ຢ່າງ​ໄວວາ​ດັ່ງ​ນໍ້າ​ໄຫລ​ຖ້ວມ ແລະ​ໂຈມຕີ​ເອົາ​ປ້ອມ​ແຫ່ງ​ໜຶ່ງ​ຂອງ​ສັດຕູ.


ກະສັດ​ແຫ່ງ​ເອຢິບ​ຈະ​ເຂົ້າ​ສູ່​ສົງຄາມ ຕໍ່ຕ້ານ​ກະສັດ​ແຫ່ງ​ຊີເຣຍ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ຢຶດເອົາ​ກອງທັບ​ອັນ​ໃຫຍ່ໂຕ​ຂອງ​ລາວ​ໄດ້.


ກະສັດ​ແຫ່ງ​ເອຢິບ​ຈະ​ເຂັ້ມແຂງ​ຂຶ້ນ, ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຈະ​ມີ​ນາຍ​ທະຫານ​ຂອງ​ເພິ່ນ​ຜູ້ໜຶ່ງ​ເຂັ້ມແຂງ​ກວ່າ​ເພິ່ນ ແລະ​ຈະ​ປົກຄອງ​ອານາຈັກ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ.


ລາວ​ຈະ​ເອົາ​ຮູບເຄົາຣົບ​ຂອງ​ພວກເຂົາ ພ້ອມ​ດ້ວຍ​ສິ່ງຂອງ​ທີ່​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ ແລະ​ຂົນ​ທັງໝົດ​ໄປ​ປະເທດ​ເອຢິບ. ຫລັງຈາກ​ນັ້ນ​ຈະ​ມີ​ຄວາມ​ສະຫງົບສຸກ​ຢູ່​ຫລາຍ​ປີ


ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka