7 ອີກບໍ່ດົນ ຄົນໜຶ່ງໃນພີ່ນ້ອງຂອງນາງກໍຈະກາຍເປັນກະສັດ. ລາວຈະໂຈມຕີກອງທັບຊີເຣຍ, ເຂົ້າໄປຢຶດເອົາປ້ອມ ແລະມີໄຊເໜືອພວກເຂົາ.
ສຳລັບຕົ້ນໄມ້ເມື່ອຖືກປໍ້າແລ້ວ ກໍຍັງມີຄວາມຫວັງ; ມັນຄືນມີຊີວິດ ແລະງອກງາມຂຶ້ນໃໝ່ໄດ້.
ຂໍໃຫ້ຊີວິດຂອງເຂົານັ້ນຈົບສິ້ນລົງຢ່າງໄວວາ ເພື່ອໃຫ້ຄົນອື່ນມາຮັບໜ້າທີ່ແທນເຂົາ.
ຂ້າແດ່ພຣະເຈົ້າ ພຣະອົງຈະນຳຜູ້ທີ່ຂ້າຄົນແລະຄົນຂີ້ຕົວະ ໃຫ້ເຂົ້າໄປສູ່ຂຸມຝັງສົບພຸ້ນ ກ່ອນທີ່ອາຍຸເຄິ່ງໜຶ່ງຂອງພວກເຂົາໝົດໄປ ສ່ວນຂ້ານ້ອຍໄວ້ວາງໃຈໃນພຣະອົງ.
ເຊື້ອວົງຂອງກະສັດດາວິດເປັນດັ່ງກົກໄມ້ທີ່ຖືກປໍ້າລົງແລ້ວ, ແຕ່ຍັງມີກິ່ງເກີດອອກມາຈາກຕໍນັ້ນສັນໃດ ກໍຈະມີກະສັດອົງໃໝ່ ເກີດຂຶ້ນມາຈາກເຊື້ອສາຍຂອງດາວິດສັນນັ້ນ.
ພຣະເຈົ້າຢາເວຈະລົງໂທດບັນດາຜູ້ນຳຊາດອິດສະຣາເອນແລະປະຊາຊົນ ໃຫ້ໝົດໄປໃນພຽງວັນດຽວ; ພຣະອົງຈະຕັດຫົວຕັດຫາງພວກເຂົາຖິ້ມໝົດ.
ພຣະອົງປູກພວກເຂົາໄວ້ ແລະພວກເຂົາກໍຢັ່ງຮາກລົງ ພວກເຂົາໃຫຍ່ຂຶ້ນມາ ແລະເກີດດອກອອກຜົນທັງນັ້ນ. ພວກເຂົາເວົ້າຈາຊົມເຊີຍກ່ຽວກັບພຣະອົງຢູ່ສະເໝີ ແຕ່ໃນໃຈຂອງພວກເຂົາພັດບໍ່ສົນໃຈພຣະອົງ.
ລາວໄດ້ລະເມີດຄຳສາບານຂອງຕົນ ຕະຫລອດທັງໄດ້ລະເມີດຄຳໝັ້ນສັນຍາ ທີ່ຕົນໄດ້ເຮັດໄວ້ນັ້ນ. ລາວໄດ້ຝ່າຝືນສິ່ງທັງໝົດເຫຼົ່ານີ້ທີ່ລາວໄດ້ເຮັດໄວ້. ສະນັ້ນ ບັດນີ້ ລາວບໍ່ຫ່ອນຈະປົບໜີໄປໄດ້.
ເມື່ອເວລາກຳນົດຂອງກະສັດແຫ່ງຊີເຣຍໃກ້ຈະໝົດແລ້ວ ກະສັດແຫ່ງເອຢິບຈະໂຈມຕີລາວ. ແຕ່ລາວຈະໃຊ້ກຳລັງອຳນາດທັງໝົດຕໍ່ສູ້ຄືນ ຄືໃຊ້ລົດຮົບ, ຝູງມ້າຮົບ ແລະເຮືອເປັນຈຳນວນຫລາຍ. ລາວຈະບຸກໂຈມຕີຫລາຍປະເທດເໝືອນນໍ້າໄຫລຖ້ວມ.
ຫລັງຈາກນັ້ນມາຫລາຍປີ ກະສັດແຫ່ງເອຢິບຈະໃຫ້ລູກສາວຂອງຕົນ ແຕ່ງງານກັບກະສັດແຫ່ງຊີເຣຍເພື່ອເປັນພັນທະມິດກັນ. ແຕ່ພັນທະມິດຈະຢູ່ບໍ່ໄດ້ເຫິງເພາະນາງພ້ອມທັງຜົວ, ທັງລູກ, ແລະພວກຄົນຮັບໃຊ້ທີ່ໄປກັບນາງນັ້ນຈະຖືກຂ້າໝົດ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນກຳລັງມາເຖິງ ຄືມື້ທີ່ຄົນຈອງຫອງແລະຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫຼືອຢູ່ເລີຍ.
ແຕ່ພຣະເຈົ້າກ່າວແກ່ລາວວ່າ, ‘ຄົນໂງ່ເອີຍ ໃນຄືນນີ້ແຫຼະ ຊີວິດຂອງເຈົ້າຈະດັບໄປຈາກເຈົ້າ, ສ່ວນສິ່ງຂອງທີ່ເຈົ້າໄດ້ຫາມາໄວ້ນັ້ນ ຈະຕົກເປັນຂອງຜູ້ໃດ?’