Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 11:5 - ພຣະຄຳພີສັກສິ

5 ກະສັດ​ແຫ່ງ​ເອຢິບ​ຈະ​ເຂັ້ມແຂງ​ຂຶ້ນ, ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຈະ​ມີ​ນາຍ​ທະຫານ​ຂອງ​ເພິ່ນ​ຜູ້ໜຶ່ງ​ເຂັ້ມແຂງ​ກວ່າ​ເພິ່ນ ແລະ​ຈະ​ປົກຄອງ​ອານາຈັກ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ.

Uka jalj uñjjattʼäta Copia luraña




ດານີເອນ 11:5
7 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ເອຢິບ​ຈະ​ເຂົ້າ​ສູ່​ສົງຄາມ ຕໍ່ຕ້ານ​ກະສັດ​ແຫ່ງ​ຊີເຣຍ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ຢຶດເອົາ​ກອງທັບ​ອັນ​ໃຫຍ່ໂຕ​ຂອງ​ລາວ​ໄດ້.


ແລ້ວ​ຈະ​ມີ​ຫລາຍ​ຄົນ​ລຸກຂຶ້ນ​ຕໍ່ສູ້​ກະສັດ​ແຫ່ງ​ເອຢິບ. ດານີເອນ​ເອີຍ ຄົນ​ທີ່​ແຂງແຮງ​ບາງຄົນ​ຈາກ​ຊົນຊາດ​ຂອງເຈົ້າ​ຈະ​ກະບົດ​ຍ້ອນ​ນິມິດ​ທີ່​ພວກເຂົາ​ໄດ້​ເຫັນ; ແຕ່​ພວກເຂົາ​ຈະ​ຖືກ​ປາບ​ໃຫ້​ພ່າຍແພ້​ໄປ.


ລາວ​ຈະ​ຍົກ​ກອງ​ທະຫານ​ຈຳນວນ​ຫລາຍ ໄປ​ໂຈມຕີ​ກະສັດ​ແຫ່ງ​ເອຢິບ​ຢ່າງ​ກ້າຫານ; ຝ່າຍ​ກະສັດ​ແຫ່ງ​ເອຢິບ​ກໍ​ຈະ​ຕຽມ​ສູ້ຮົບ​ຄືນ ຄື​ສູ້ຮົບ​ກອງທັບ​ໃຫຍ່​ທີ່​ມີ​ອຳນາດ​ທີ່ສຸດ, ແຕ່​ລາວ​ຈະ​ເຮັດ​ໄປ​ບໍ່​ສຳເລັດ​ຍ້ອນ​ຖືກ​ຫລອກລວງ.


ເມື່ອ​ເວລາ​ກຳນົດ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ໃກ້​ຈະ​ໝົດ​ແລ້ວ ກະສັດ​ແຫ່ງ​ເອຢິບ​ຈະ​ໂຈມຕີ​ລາວ. ແຕ່​ລາວ​ຈະ​ໃຊ້​ກຳລັງ​ອຳນາດ​ທັງໝົດ​ຕໍ່ສູ້​ຄືນ ຄື​ໃຊ້​ລົດຮົບ, ຝູງ​ມ້າ​ຮົບ ແລະ​ເຮືອ​ເປັນ​ຈຳນວນ​ຫລາຍ. ລາວ​ຈະ​ບຸກໂຈມຕີ​ຫລາຍ​ປະເທດ​ເໝືອນ​ນໍ້າ​ໄຫລ​ຖ້ວມ.


ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka