41 ລາວຈະບຸກຮຸກໂຈມຕີ ແມ່ນແຕ່ດິນແດນແຫ່ງພຣະສັນຍາ ແລະຂ້າຄົນຕາຍເປັນໝື່ນໆ, ແຕ່ສ່ວນປະເທດເອໂດມ, ໂມອາບ ແລະສິ່ງທີ່ຍັງເຫລືອຢູ່ໃນອຳໂມນຈະຫລົບຫລີກໄປໄດ້.
ແຕ່ໃນເວລາຂ້າງໜ້າ ຈະເຮັດໃຫ້ໂມອາບຈະເລີນຮຸ່ງເຮືອງຂຶ້ນໃໝ່. ສິ່ງທັງໝົດນີ້ແມ່ນເຫດການທີ່ພຣະເຈົ້າຢາເວກ່າວວ່າ ຈະເກີດຂຶ້ນກັບໂມອາບ.
ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ອຳໂມນຈະເລີນຮຸ່ງເຮືອງຂຶ້ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຊາວຊີເຣຍຜູ້ບຸກຮຸກຈະເຮັດທຸກຢ່າງຕາມຄວາມພໍໃຈ ໂດຍບໍ່ມີການຕໍ່ຕ້ານ. ລາວຈະຢູ່ໃນດິນແດນແຫ່ງພຣະສັນຍາ ແລະຈະມີອຳນາດສົມບູນໃນດິນແດນນັ້ນ.
ລາວບຸກໂຈມຕີຫລາຍປະເທດ ແມ່ນແຕ່ເອຢິບລາວກໍຈະບໍ່ຈົ່ງ.
ລາວຈະກາງເຕັນຫລວງຂະໜາດໃຫຍ່ໄວ້ ລະຫວ່າງທະເລກັບພູເຂົາບໍຣິສຸດທີ່ງົດງາມ. ແຕ່ລາວຈະຕາຍໄປໂດຍບໍ່ມີຜູ້ໃດໃນທີ່ນັ້ນຊ່ວຍລາວໄດ້.”
ແລ້ວກໍມີເຂົານ້ອຍອັນໜຶ່ງປົ່ງອອກມາຈາກເຂົາອັນໜຶ່ງໃນສີ່ເຂົານີ້ ມັນໄດ້ສະແດງອຳນາດຂອງມັນໄປທາງທິດໃຕ້ແລະທິດຕາເວັນອອກ ແລະໄປສູ່ດິນແດນແຫ່ງພຣະສັນຍາ.