3 ແລ້ວກໍຈະມີກະສັດຜູ້ກ້າຫານຄົນໜຶ່ງ. ເພິ່ນຈະປົກຄອງທົ່ວຈັກກະພົບໜຶ່ງທີ່ໃຫຍ່ ແລະຈະເຮັດທຸກສິ່ງຕາມໃຈປາຖະໜາ.
ຊາວຊີເຣຍຜູ້ບຸກຮຸກຈະເຮັດທຸກຢ່າງຕາມຄວາມພໍໃຈ ໂດຍບໍ່ມີການຕໍ່ຕ້ານ. ລາວຈະຢູ່ໃນດິນແດນແຫ່ງພຣະສັນຍາ ແລະຈະມີອຳນາດສົມບູນໃນດິນແດນນັ້ນ.
ກະສັດແຫ່ງຊີເຣຍຈະເຮັດຕາມໃຈມັກ. ລາວຈະໂອ້ອວດວ່າຕົນເປັນຜູ້ຍິ່ງໃຫຍ່ກວ່າພະໃດໆ ແລະອວດວ່າຕົນສູງສຸດກວ່າພຣະເຈົ້າອົງສູງສຸດ. ລາວຈະສາມາດເຮັດໄປດັ່ງນີ້ ຈົນເວລາທີ່ພຣະເຈົ້າລົງໂທດລາວມາເຖິງ. ພຣະເຈົ້າຈະເຮັດຢ່າງນີ້ແທ້ ຕາມທີ່ພຣະອົງໄດ້ວາງແຜນໄວ້.
ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດ ຕ່າງກໍບໍ່ມີຄຸນຄ່າບໍ່ມີຫຍັງທັງນັ້ນ; ມະນຸດໃນໂລກ ແລະເທວະດາເທິງສະຫວັນ ກໍຢູ່ໃຕ້ການປົກຄອງຂອງພຣະອົງທັງນັ້ນ. ບໍ່ມີຜູ້ໃດສາມາດຂັດຂວາງພຣະປະສົງ ຫລືສອບຖາມເຖິງສິ່ງທີ່ພຣະອົງຊົງກະທຳ.
ເພິ່ນເປັນຜູ້ຍິ່ງໃຫຍ່ຈົນປະຊາຊົນໃນທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາຢ້ານກົວຕົວສັ່ນຕໍ່ໜ້າເພິ່ນ. ຖ້າເພິ່ນປະສົງຈະຂ້າຄົນໜຶ່ງ ຫລືຈະໃຫ້ຄົນໜຶ່ງມີຊີວິດຢູ່ ເພິ່ນກໍເຮັດໄປໂລດ. ເພິ່ນໃຫ້ກຽດ ແລະຖອນກຽດຄົນໃດກໍໄດ້ຕາມທີ່ເພິ່ນຕ້ອງການ.
ໃນຂະນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງຢູ່ນັ້ນ ກໍມີສັດອີກໂຕໜຶ່ງປາກົດຂຶ້ນມາ. ສັດໂຕນີ້ເບິ່ງຄ້າຍຄືເສືອດາວ ແຕ່ເທິງຫລັງມີສີ່ປີກເໝືອນປີກນົກ ແລະມີສີ່ຫົວ. ມັນໄດ້ຮັບສິດອຳນາດແຫ່ງການເປັນໃຫຍ່.
ສ່ວນແບ້ນັ້ນໝາຍເຖິງອານາຈັກກຣີກ ແລະເຂົາສຳຄັນຢູ່ລະຫວ່າງຕາຂອງມັນນັ້ນ ໝາຍເຖິງກະສັດຄົນທຳອິດ.
ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງພຣະອົງ.
ພຣະເຈົ້າກໍຍັງຊົງເປັນພະຍານຮ່ວມກັນກັບພວກເຂົາ ໂດຍຊົງສຳແດງໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ ແລະໂດຍຂອງປະທານຈາກພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານຕາມນໍ້າພຣະໄທຂອງພຣະອົງ.
ໂດຍນໍ້າພຣະໄທຂອງພຣະອົງເອງນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທຳອັນສັດຈິງ ເພື່ອພວກເຮົາຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ພຣະອົງຊົງສ້າງ.