Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 11:16 - ພຣະຄຳພີສັກສິ

16 ຊາວ​ຊີເຣຍ​ຜູ້​ບຸກຮຸກ​ຈະ​ເຮັດ​ທຸກຢ່າງ​ຕາມ​ຄວາມ​ພໍໃຈ ໂດຍ​ບໍ່​ມີ​ການ​ຕໍ່ຕ້ານ. ລາວ​ຈະ​ຢູ່​ໃນ​ດິນແດນ​ແຫ່ງ​ພຣະສັນຍາ ແລະ​ຈະ​ມີ​ອຳນາດ​ສົມບູນ​ໃນ​ດິນແດນ​ນັ້ນ.

Uka jalj uñjjattʼäta Copia luraña




ດານີເອນ 11:16
11 Jak'a apnaqawi uñst'ayäwi  

ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.


ແລ້ວ​ກໍ​ຈະ​ມີ​ກະສັດ​ຜູ້​ກ້າຫານ​ຄົນ​ໜຶ່ງ. ເພິ່ນ​ຈະ​ປົກຄອງ​ທົ່ວ​ຈັກກະພົບ​ໜຶ່ງ​ທີ່​ໃຫຍ່ ແລະ​ຈະ​ເຮັດ​ທຸກສິ່ງ​ຕາມ​ໃຈ​ປາຖະໜາ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ລາວ​ຈະ​ບຸກຮຸກ​ໂຈມຕີ ແມ່ນແຕ່​ດິນແດນ​ແຫ່ງ​ພຣະສັນຍາ ແລະ​ຂ້າ​ຄົນ​ຕາຍ​ເປັນ​ໝື່ນໆ, ແຕ່​ສ່ວນ​ປະເທດ​ເອໂດມ, ໂມອາບ ແລະ​ສິ່ງ​ທີ່​ຍັງເຫລືອ​ຢູ່​ໃນ​ອຳໂມນ​ຈະ​ຫລົບຫລີກ​ໄປ​ໄດ້.


ລາວ​ຈະ​ກາງ​ເຕັນ​ຫລວງ​ຂະໜາດ​ໃຫຍ່​ໄວ້ ລະຫວ່າງ​ທະເລ​ກັບ​ພູເຂົາ​ບໍຣິສຸດ​ທີ່​ງົດງາມ. ແຕ່​ລາວ​ຈະ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ໃນ​ທີ່ນັ້ນ​ຊ່ວຍ​ລາວ​ໄດ້.”


ເພິ່ນ​ເປັນ​ຜູ້​ຍິ່ງໃຫຍ່​ຈົນ​ປະຊາຊົນ​ໃນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ຢ້ານກົວ​ຕົວ​ສັ່ນ​ຕໍ່ໜ້າ​ເພິ່ນ. ຖ້າ​ເພິ່ນ​ປະສົງ​ຈະ​ຂ້າ​ຄົນ​ໜຶ່ງ ຫລື​ຈະ​ໃຫ້​ຄົນ​ໜຶ່ງ​ມີ​ຊີວິດ​ຢູ່ ເພິ່ນ​ກໍ​ເຮັດ​ໄປ​ໂລດ. ເພິ່ນ​ໃຫ້ກຽດ ແລະ​ຖອນ​ກຽດ​ຄົນໃດ​ກໍໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.


ຂ້າພະເຈົ້າ​ເຫັນ​ແກະ​ນັ້ນ​ຊິດ​ເຂົາ​ໄປ​ທາງ​ທິດ​ຕາເວັນຕົກ, ທາງທິດເໜືອ ແລະ​ທາງທິດໃຕ້. ບໍ່ມີ​ສັດ​ໂຕ​ໃດ​ທີ່​ຕ້ານທານ ຫລື​ໜີໄປ​ພົ້ນ​ຈາກ​ອຳນາດ​ຂອງ​ມັນ​ໄດ້. ມັນ​ເຮັດ​ຕາມໃຈ​ແລະ​ມັກໃຫຍ່​ໃຝ່ສູງ.


ສ່ວນ​ຂ້າພະເຈົ້າ​ກໍ​ຊອມເບິ່ງ​ມັນ​ຊົນ​ແກະ​ໂຕ​ນີ້​ຢູ່. ແບ້​ໂຫດຮ້າຍ​ຫລາຍ ແລະ​ທຸ້ມ​ແຮງ​ທັງໝົດ​ຊົນ​ແກະ ຈົນ​ເຂົາ​ທັງສອງ​ຂອງ​ແກະ​ຫັກ​ໄປ. ຝ່າຍ​ແກະ​ບໍ່ມີ​ແຮງ​ຕ້ານທານ​ມັນ​ໄດ້. ມັນ​ຖືກ​ແບ້​ຊິດ​ລົ້ມລົງ​ດິນ ແລະ​ຖືກ​ຢຽບຢໍ່າ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ແກະ​ໃຫ້​ພົ້ນ​ໄດ້.


ແລ້ວ​ກໍ​ມີ​ເຂົານ້ອຍ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ອັນ​ໜຶ່ງ​ໃນ​ສີ່​ເຂົາ​ນີ້ ມັນ​ໄດ້​ສະແດງ​ອຳນາດ​ຂອງມັນ​ໄປ​ທາງ​ທິດໃຕ້​ແລະ​ທິດ​ຕາເວັນອອກ ແລະ​ໄປ​ສູ່​ດິນແດນ​ແຫ່ງ​ພຣະສັນຍາ.


ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka