Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 11:12 - ພຣະຄຳພີສັກສິ

12 ເພິ່ນ​ຈະ​ພາກພູມ​ໃຈ​ໃນ​ຄວາມມີໄຊ ແລະ​ໃນ​ການ​ສັງຫານ​ທະຫານ ເປັນ​ຈຳນວນ​ຫລວງຫລາຍ, ແຕ່​ເພິ່ນ​ຈະ​ບໍ່ມີ​ໄຊ​ເລື້ອຍ​ໄປ.

Uka jalj uñjjattʼäta Copia luraña




ດານີເອນ 11:12
19 Jak'a apnaqawi uñst'ayäwi  

ອາມາຊີຢາ​ເອີຍ ດຽວ​ນີ້​ເຈົ້າ​ໄດ້​ຊະນະ​ຊາວ​ເອໂດມ ແລະ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອວດຕົວ. ສະນັ້ນ ຈົ່ງ​ພໍໃຈ​ໃນ​ຊື່ສຽງ​ຂອງ​ເຈົ້າເອງ ແລະ​ຢູ່​ໃນ​ເຮືອນ​ນັ້ນ​ແຫຼະ. ເປັນຫຍັງ​ຈຶ່ງ​ສ້າງ​ຄວາມ​ເດືອດຮ້ອນ ທີ່​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າເອງ?”


ບັດນີ້ ອາມາຊີຢາ​ເອີຍ ທ່ານ​ຄຸຍ​ໂມ້​ວ່າ​ທ່ານ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ; ແຕ່​ຂ້າພະເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ຢູ່​ເຮືອນ​ສາ​ດີກວ່າ. ເປັນຫຍັງ​ຈຶ່ງ​ດີ້ນຮົນ​ຫາ​ຄວາມ​ເດືອດຮ້ອນ​ທີ່​ຈະ​ນຳ​ຄວາມ​ຈິບຫາຍ ມາ​ສູ່​ທ່ານ​ເອງ​ແລະ​ປະຊາຊົນ​ຂອງທ່ານ?”


ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ, ເພິ່ນ​ຈຶ່ງ​ບໍ່ໄດ້​ສະແດງ​ຄວາມ​ຮູ້ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້ຮັບ, ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ, ເທິງ​ຢູດາຍ​ພ້ອມ​ນະຄອນ​ເຢຣູຊາເລັມ​ກໍໄດ້​ຮັບ​ຄວາມ​ລຳບາກ.


ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ເຈົ້າ​ອວດອົ່ງ​ທະນົງ​ຕົວ​ເພາະ​ຮູບຮ່າງ​ອັນ​ສະຫງ່າງາມ​ຂອງເຈົ້າ ແລະ​ຊື່ສຽງ​ຂອງ​ເຈົ້າ​ກໍໄດ້​ພາ​ໃຫ້​ເຈົ້າ​ປະພຶດ​ຕົນ​ດັ່ງ​ຄົນໂງ່ຈ້າ. ຍ້ອນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ພື້ນດິນ ແລະ​ປ່ອຍປະ​ເຈົ້າ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ແກ່​ກະສັດ​ຄົນອື່ນໆ.


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ເຈົ້າ​ໄດ້​ເຮັດ​ທຸລະກິດ​ຢ່າງ​ຫລັກແຫລມ​ແລະ​ສືບຕໍ່​ໄດ້​ກຳໄລ. ເຈົ້າ​ຊ່າງ​ອວດອົ່ງ​ທະນົງ​ຕົວ​ກັບ​ຊັບສົມບັດ​ຂອງ​ເຈົ້າ​ແທ້ໆ​ນໍ.


ກະສັດ​ແຫ່ງ​ເອຢິບ​ຈະ​ເຂົ້າ​ສູ່​ສົງຄາມ ຕໍ່ຕ້ານ​ກະສັດ​ແຫ່ງ​ຊີເຣຍ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ຢຶດເອົາ​ກອງທັບ​ອັນ​ໃຫຍ່ໂຕ​ຂອງ​ລາວ​ໄດ້.


ຝ່າຍ​ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ໄປ ເພື່ອ​ລວບລວມ​ພົນຮົບ​ໃຫ້​ໄດ້​ຫລາຍກວ່າ​ແຕ່​ກ່ອນ. ເມື່ອ​ເວລາ​ອັນ​ເໝາະສົມ​ມາ​ເຖິງ​ແລ້ວ ລາວ​ພ້ອມ​ທັງ​ກອງທັບ​ອັນ​ໃຫຍ່ໂຕ​ທີ່​ມີ​ອາວຸດ​ຢ່າງດີ​ຈະ​ກັບຄືນ​ມາ​ອີກ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ຍ້ອນ​ລາວ​ມີ​ຄວາມ​ສະຫລາດ​ແກມໂກງ ລາວ​ຈຶ່ງ​ສໍ້ໂກງ​ຄົນອື່ນ. ລາວ​ຈະ​ອວດຕົວ​ຂຶ້ນ ແລະ​ທຳລາຍ​ປະຊາຊົນ​ຢ່າງ​ຫລວງຫລາຍ ໂດຍ​ບໍ່​ເຕືອນ​ໃຫ້​ຮູ້. ລາວ​ຈະ​ທ້າທາຍ​ແມ່ນແຕ່​ຈອມກະສັດ​ຜູ້​ຍິ່ງໃຫຍ່, ແຕ່​ລາວ​ຈະ​ຖືກ​ທຳລາຍ​ດ້ວຍ​ອຳນາດ​ທີ່​ບໍ່ໄດ້​ມາ​ຈາກ​ມະນຸດ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ກາຍເປັນ​ຄົນ​ຈອງຫອງ​ພອງຕົວ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ນັ້ນ.


ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka