Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 10:9 - ພຣະຄຳພີສັກສິ

9 ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ນີ້ ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມລົງ​ກັບ​ພື້ນດິນ ແລະ​ໝູບ​ໜ້າ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




ດານີເອນ 10:9
11 Jak'a apnaqawi uñst'ayäwi  

ພໍ​ເມື່ອ​ຕາເວັນ​ລັບ​ຂອບ​ຟ້າ​ແລ້ວ ອັບຣາມ​ກໍ​ນອນ​ຫລັບ​ສະໜິດ ແລະ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ກໍ​ຄອບງຳ​ເພິ່ນ.


ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ເຮັດ​ໃຫ້​ຜູ້ຊາຍ​ນັ້ນ​ນອນ​ຫລັບ​ສະໜິດ ແລະ​ໃນ​ຂະນະທີ່​ລາວ​ນອນ​ຢູ່​ນັ້ນ ພຣະອົງ​ກໍ​ເອົາ​ກະດູກ​ຂ້າງ​ຊີກ​ໜຶ່ງ​ຂອງ​ລາວ​ອອກ​ມາ ແລະ​ເຮັດ​ໃຫ້​ເນື້ອໜັງ​ຈອດ​ຕິດ​ກັນ​ດັ່ງເດີມ.


ຕອນ​ກາງຄືນ​ເມື່ອ​ມະນຸດ​ນອນ​ຫລັບ​ສະໜິດ ພຣະເຈົ້າ​ເວົ້າ​ໃນ​ຄວາມຝັນ ແລະ​ໃນ​ນິມິດ​ຕ່າງໆ.


ດັ່ງ​ຝັນ​ຮ້າຍ​ທີ່​ກຸກກວນ​ຂ້ອຍ​ຕອນ​ນອນ​ຫລັບ ຂ້ອຍ​ນອນ​ຫລັບໆ​ຕື່ນໆ​ສັບສົນ​ວຸ້ນວາຍ​ໃຈ​ຍ້ອນ.


ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ທີ່​ມີ​ຮູບຮ່າງ​ເໝືອນ​ມະນຸດ​ກໍ​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, “ນາຍ​ເອີຍ ນິມິດ​ນີ້​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ​ຫລາຍ ຈົນ​ຂ້ານ້ອຍ​ບໍ່​ເຊົາ​ສັ່ນເຊັນ.


ໃນ​ຂະນະທີ່​ຄັບຣີເອນ​ກຳລັງ​ເວົ້າ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ໝົດ​ສະຕິໄປ ແລະ​ສະຫລົບ​ລົ້ມລົງ​ກັບ​ບ່ອນ, ແຕ່​ເພິ່ນ​ໄດ້​ໂຊມ​ຂ້າພະເຈົ້າ​ລຸກຢືນຂຶ້ນ


ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ. ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ. ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່ ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.


ເມື່ອ​ລຸກ​ຂຶ້ນ​ຈາກ​ການ​ພາວັນນາ​ອະທິຖານ​ແລ້ວ ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ພົບ​ພວກເພິ່ນ​ກຳລັງ​ນອນ​ຫລັບ​ອິດອ່ອນ​ດ້ວຍ​ຄວາມ​ທຸກໂສກ.


ຝ່າຍ​ເປໂຕ​ກັບ​ໝູ່​ເພື່ອນ​ຂອງຕົນ ຕ່າງ​ກໍ​ເຫງົາ​ນອນ, ແຕ່​ເມື່ອ​ພວກເພິ່ນ​ໄດ້​ຕື່ນ​ຂຶ້ນ​ແລ້ວ ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຢຊູເຈົ້າ ກັບ​ສອງ​ຄົນ​ທີ່​ກຳລັງ​ຢືນ​ຢູ່​ນຳ​ພຣະອົງ.


ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka